#ພາງຮັກ 🌟🌟🌟🌟
Henrooo ຫ່າງຫາຍຈາກໜ້າ goodreads feed ມາດົນຈົນລືມຄາວ😅 ປີນີ້ມີການປ່ຽນແປງເກີດຂຶ້ນຫຼາຍຢ່າງ.. ຫຼັງຈາກອ່ານນິຍາຍຈີນ ໄດ້ມີໂອກາດເຂົ້າໄປໂລກໜັງຈີນໃດ໋ບາດນິ..ພໍແຕ່ເຂົ້າແດນ🐲🐉ປຶບສຸດທ້າຍເປັນແນວໃດຫວາຕິ ອອກຈາກແດນ🐉ບໍ່ໄດ້ເລີຍ🫠 Zhanglinghe Wanghedi Bailu Luoyinxi ໂອ້ຍຍ ອອກບໍ່ດ້າຍຍອ້າຍຕຳຫຼວດດ😵💫😖
ຂໍເກີ່ນກ່ອນວ່າ ເລື່ອງນີ້ ຢູ່ໃນ want-to-read list ມາຕັ້ງແຕ່ປີ2019🤦🏻♀️ ຄິດເຫຼືອດູຕົນເດ້ ຢູ່ list ມາຕັ້ງ5ປີ😆 ເດ້ຊິບໍ່ເຫງົາແລ້ວ ເພາະໂຕຊິໄດ້ໄປຢູ່ read-list ແລ້ວ
ພາງຮັກເປັນເລື່ອງ dramaເດີ້ບອກກ່ອນ, ເລີ່ມເລື່ອງມາກະສາກ……🤐 ຂອງພະນາງໂລດ (ຕູນິໃຈບໍ່ດີເລີຍ) ອ້າຍ1 ເຂົ້າຫາ ໜູມົນ ເພື່ອແກ້ແຄ້ນໃຫ້ເອື້ອຍ ຫຼານ ແລະ ແມ່ຂອງລາວ ຍ້ອນພໍ່ໜູມົນໄປເຮັດເອື້ອຍຂອງອ້າຍ1ມີລູກ ແລ້ວບອກໃຫ້ໄປທຳແທ້ງ🤦🏻♀️ ການແກ້ແຄ້ນຫັ້ນຫວາ ສະເໜີໃຫ້ ໜູມົນ ເປັນນາງບຳເລີຫັ້ນແຫຼະ (ຕາມtypical plot) .. ໜູມົນກະທົນໃຫ້ອ້າຍ1ລັງແກ ຫຍຽບຢຳ້ບໍ່ເຫັນຄ່າ, ອ້າຍ1ກະເວົ້າທຳຮ້າຍຈິດໃຈ ການກະທຳບໍ່ໃຫ້ວ່າ ເຮ້ຍ ສະຖຸນ
ຕໍ່ມາກະຕາມທີ່ຄາດໄວ້ ພໍ່ໜູມົນຂ້າໂຕຕາຍ ບ້ານ ສົມບັດທຸກຢ່າງຖືກຍຶດ, ໜູມົນ🤰🏻.. ໂອ້ຍ ຊີວິດເທີຄືລັນທົດແທ້ເດ້. ນາງກະເລີຍຊິຈົບຊີວິດໂຕເອງ ແຕ່ເທວະດາບໍ່ອະນຸຍາດໃຫ້ຕາຍ ມີຄົນໃຈດີຊ່ວຍໄວ້ ກະເລີຍໄດ້ໄປປະຕິບັດທຳກັບແມ່ຊີ ເລີຍຕາສະຫວ່າງ ມີກຳລັງໃຈຫາຍໃຈຕໍ່ໄປ. ຕໍ່ມາໜູມົນກະໄປເລີ່ມຕົ້ນຊີວິດໃໝ່ກັບລູກ ໂດຍມີເພື່ອນບ້ານໜ້າຮັກ ຊ່ວຍລ້ຽງລູກ ລະອ້າຍວິນມໍໄຊ ໄປສົ່ງນ້ອງຄຼີມ ໄປຮຮທຸກມື້. ອ່ານມາຮອດຕອນນີ້ ເຮົາຮູ້ສຶກວ່າ ຊີວິດໜູມົນ complete ແລ້ວ, ໄດ້ໜີຈາກຄົນໃຈຮ້າຍ ໄປມີຊີວິດໃໝ່ກັບລູກນ້ອຍ👧🏻 ຈາກລູກຄຸນໜູຊີວິດບໍ່ເຄີຍເຮັດວຽກບ້ານການເຮືອນ ກະໄດ້ເລີ່ມຮຽນແຕ່ງກິນ ປັດກວາດເຊັດຖູບ້ານ ເຮັດຈອກ ຈານ ແຕກແດ່ ກະຄ່ອຍໆຮຽນໄປ. ຈຸດນີ້ເຮົາເລີຍນັບຖືໜູມົນເປັນພິເສດ ທີ່ສູ້ຊົນບໍ່ຍອມແພ້ຕໍ່ໂຊກສະຕາ
ແຕ່ຊີວິດ2ແມ່ລູກກະບໍ່ໄດ້ລາບລື້ນປານນັ້ນ ສາມີຂອງນ້ອງແມ່ຊີ ຊິມາຂົ່ມຂືນໜູມົນ ເຮັດໃຫ້ນາງແທງສາມີນ້ອງແມ່ຊີ ແຕ່ບໍ່ຕາຍ😅 ກະເລີຍເຮັດໃຫ້ນາງກັບລູກ ຕ້ອງໄດ້ໜີຂຶ້ນກຸງເທບ. ຊຳ້ບໍ່ໜຳາ ນ້ອງຄຼີມເກີດອຸບັດຕິເຫດຕົກທີ່ສູງຕອນຫຼິ້ນເຄື່ອງຫຼິ້ນ ເຮັດໃຫ້ໜູມົນຕ້ອງໄດ້ໄປຖອນເງິນ (ຈາກບັນຊີນາງເອງ ທີ່ພໍ່ໂອນໃຫ້ກ່ອນຕາຍ) ເອົາມາປົວລູກ. ແຕ່ແມ່ນຫຍັງຮູ້ບໍ່ ອ້າຍ1 ໄປບອກເຈົ້າໜ້າທີ່ອາຍັດບັນຊີໄວ້ ຖ້າຢາກໄດ້ແມ່ນໃຫ້ໄປຫາ (ຕູນີ້ສູນ🤬ກັບບາດເລີຍ ລ່ະ🪳🐊🐕🦶🏻ກະຕາມມາ.. ແມ້ງ! ຄວາມເປັນຄວາມຕາຍ ເຮັດເປັນຫຼິ້ນໄປ). ແຕ່ຄິດໃນທາງກັບກັນ ກະເຂົ້າໃຈອ້າຍ1 ທີ່ເຮັດແບບນັ້ນ ເພາະຕະຫຼອດ 4ປີທີ່ໜູມົນຫາຍໄປ ອ້າຍກະນຳຊອກທຸກທາງ ທຸກໆປີຕ້ອງໄປຈຸດສຸດທ້າຍທີ່ໜູມົນຫາຍໄປ (ທະເລຫົວຫິນ) ໃນໃຈເລິກໆອ້າຍກະມັກຫັ້ນແຫຼະ ແຕ່ດ້ວຍທິດຖຶ ຄວາມແຄ້ນ ເລີຍສະແດງອອກແບບນັ້ນ (ແຕ່ມັນກະອົດດ່າບໍ່ໄດ້😅)
ໜູມົນເລີຍຕ້ອງໄດ້ໄປພົບອ້າຍ1 ຄວາມຈິງກະເລີຍປະກົດ ນ້ອງຄຼີມ ເປັນລູກຂອງອ້າຍ1. ເຫດການຕໍ່ຈາກນັ້ນຫວາຕິ ອ້າຍ1ກະຂ້ຽວປ່ຽນຮ.ໝໍທີ່ດີທີ່ສຸດໃຫ້ລູກ ມັດມືໂຊກໜູມົນໄປຢູ່ບ້ານຊັ້ນຕົ່ວ😒 (ແໜ! ບາດຕອນນີ້ລະມາເຮັດດີ) ໃຈເລິກໆ ອ້າຍ1 ກະວາງຄວາມແຄ້ນລົງລະແຫຼະ ພະຍາຍາມຊົດໃຊ້ໃຫ້2ແມ່ລູກ.. ມາຮອດຕອນນີ້ ອ້າຍເຮັດໄດ້ດີ ຮູ້ຈັກອົດທົນກັບຄວາມຫວ່ຽງວີນຂອງໜູມົນ ດູແລເອົາໃຈໃສ່ເຮັດດີນຳໜູມົນທຸກຢ່າງ ພະຍາຍາມລືມທຸກສິ່ງ ລະເລີ່ມຕົ້ນໃໝ່ໃນຖານະຄຄ👨👩👧 ສ່ວນໜູມົນກະບໍ່ຍອມຍົກໂທດໃຫ້ໃນທຳອິດ (ກະບໍ່ແປກ ແນວອ້າຍ1 ກະທຳລາຍຄຄນາງແທ້ໆ) ແຕ່ດ້ວຍເຫັນແກ່ຄວາມສຸກຂອງນ້ອງຄຼີມ ຄວາມເປັນຄຄ ຕົກຕະກອນແຄ້ນແລ້ວໄດ້ຫຍັງ ນາງເລີຍຍົກໂທດໃຫ້ອ້າຍ1 ເລີ່ມຕົ້ນຊີວິດໃໝ່.
ຫືມມ ເລື່ອງນີ້ອ່ານແລ້ວມີຫຼາຍອາລົມ ເສົ້າ ແຄ້ນ ຄັນ🦶🏻ຄັນ✋🏻ຢາກຕົບຄົນ😅 ແຕ່ໂຕແປທີ່ເຮັດໃຫ້ພະນາງໄດ້ຄືນດີກັນແມ່ນ “ນ້ອງຄຼີມ” ນ້ອງໜ້າຮັກ ສົດໃສ ເປັນໂລກທັງໃບຂອງໜູມົນ ເປັນທີ່ຮັກຂອງທຸກຄົນ ເລີຍເຮັດໃຫ້ພໍ່ແລະແມ່ຄືນດີກັນ (ເກັ່ງຫຼາຍນ້ອງ🫰🏻) ເລື່ອງນີ້plotກະບໍ່ໄດ້ຕ່າງຈາກເລື່ອງທົ່ວໄປ ເລີຍບໍ່ມີຈຸດໃຫ້ເວົ້າ
ແຕ່ສິ່ງທີ່ຖອດຖອນໄດ້ຈາກເລື່ອງນີ້ແມ່ນ ເລື່ອງທີ່ເກີດຂຶ້ນ ຈະເປັນຄວາມແຄ້ນ ຄວາມເຈັບປວດ ຄວາມສູນເສຍໃນອະດີດ ກະເປັນຊ່ວງເວລາ1ທີ່ເຮົາຕ້ອງຜ່ານມັນໄປ ຂໍແຕ່ເຮົາມີສະຕິ ຕົກຕະກອນຜົນດີຜົນເສຍຄັນຖ້າເຮົາຍັງແບກໄວ້ ອົດທົນຜ່ານຜ່າມັນໄປ ເຮົາເຊື່ອວ່າຊີວິດຊິມີຄວາມສຸກ😊 ເວລາມັນຜ່ານໄປໄວ ຊີວິດເຮົາກະຄືກັນ don’t give a shit!
ປີ2024ນີ້ ກະຍັງຄືເກົ່າ ສູ້ກັບ assignments ຄືເກົ່າ, ຕື່ນເຊົ້າແລ່ນໄປຂຶ້ນລົດເມຄືເກົ່າ😅 ແຕ່ສິ່ງທີ່ປ່ຽນແມ່ນ ການເບິ່ງບັນຫາທີ່ສ້າງສັນຂື້ນ ບໍ່ເກັບເອົາມາໃສ່ໃຈຫຼາຍ ປ່ອຍວາງຫຼາຍຂຶ້ນ (ຖືວ່າໂຕເອົາຊະນະໂຕເອງໄປໄດ້ຂັ້ນ1ແລ້ວ Onnichan🥹) ແຕ່ສິ່ງທີ່ປ່ຽນໃນປີນີ້ຢູ່ Goodreads ແມ່ນ ບໍ່ມີປຶ້ມດອງລໍຖ້າໃຫ້ລີວິວອີກຕໍ່ໄປ🤣 (ເພາະຫຍັງຫວາຕິ ບໍ່ມີເວລາອ່ານ😆🤣) ແຕ່ຫຍັງກະຢ່າ ເຮົາກະຍັງຊິມາເລື້ອຍໆ ຕາມແຕ່ເວລາຊິອຳນວຍ😊 ເພາະຕ້ອງໄດ້ແຍກຮ່າງໄປຫວີດ Zhanglinghe ແດ່, ປັ່ນວຽກບ້ານແດ່, ເບິ່ງseriesຈີນແດ່ ເລີຍມີກິດຈະກຳຫຼາຍເປັນພິເສດ😝 ຊັ້ນຂໍຍາດ’ ໄປຫວີດຜູ້ກ່ອນເດີ້ ແລ້ວພົບກັນເລື່ອງໜ້າ😉
#withLuV
#Onnichan 3/5/24