Jump to ratings and reviews
Rate this book

สัญญาพราย

Rate this book
เพราะคำสาบานแต่ชาติปางก่อน ทำให้ กบินทร์ กลายเป็นคนอาภัพรักในชาตินี้
เพราะผู้ที่ผูกติดกับคำสาบานคอยขัดขวางไม่ให้สมหวัง มีคนต้องสังเวยวิญญาณคนแล้วคนเล่า
และเพราะความรัก ปรัศนีจึงหาทางช่วยปลดปล่อยเขาจากบ่วงสัญญาครั้งนี้

516 pages, ebook

Published March 16, 2017

About the author

Ratings & Reviews

What do you think?
Rate this book

Friends & Following

Create a free account to discover what your friends think of this book!

Community Reviews

5 stars
1 (100%)
4 stars
0 (0%)
3 stars
0 (0%)
2 stars
0 (0%)
1 star
0 (0%)
Displaying 1 of 1 review
Profile Image for Onnichan.
244 reviews7 followers
June 27, 2023
#ສັນຍາພາຍ ມຸກຣຽງ ☠️☠️☠️☠️.5

ເປັນຄັ້ງທຳອິດທີ່ອ່ານໄປໄດ້ໜ້ອຍ1 ແລ້ວຢຸດອ່ານ ລ່ະໄປເຮັດອັນໃໝ່ກ່ອນ ແບບພັກຄວາມເຈັ້ມຈົ້ນໄວ້ຈັກໜ້ອຍຍ🤣

ເປັນເລື່ອງທີ່ ເບັນ ຜູ້ອາພັບຮັກ ຊິຄົບສາວໃດ ສາວນັ້ນກໍມີອັນເປັນໄປ ເລີຍບໍ່ມີໃຜມາຢູ່ຂ້າງກາຍ. ໜູດີ ບັງເອີນເປັນໝູ່ນ້ອງຊາຍ ໄດ້ໄປເປັນຜູ້ຈັດການ (ເບັນເປັນດາຣາ) ໃຫ້ອ້າຍເບັນ ເພາະຄົນເກົ່າໂກງເງິນຄ່າໂຕ ເລີຍໃຫ້ອອກ. ເບັນ ກັບ ໜູດີ ໄປເຮັດວຽກ ກິນເຂົ້ານຳກັນທຸກມື້ ແຕ່ເບັນກະບໍ່ຮູ້ສຶກຫຍັງ (ຊ່ວງທຳອິດ)

ຢູ່ມາລະເກີດມີເລື່ອງລາວລີ້ລັບເກີດຂຶ້ນກັບເບັນ ດ້ວຍການຝັນວ່າ ໂຕເອງຖືກຮັດຄໍ ເລື່ອງກິ່ນດອກພິກຸນຈາກຕູ້ເລັກ ແລ້ວກະລາມໄປເກີດກັບໜູດີ ກັບສາ ກອນ (ໝູ່ແລະນ້ອງຂອງເບັນ) ເລີຍເຮັດໃຫ້ທັງ4 ຕ້ອງໄຂປິດສະໜາວ່າ ແມ່ນຫຍັງ ເປັນຍ້ອນຫຍັງ ຜີດອກພິກຸນ ຈັ່ງຕາມລ້າ.

ໂອ້ ເລື່ອງລາວມັນກະບໍ່ໄດ້ຊັບຊ້ອນຫຍັງ ກະພໍເດົາອອກຢູ່ ແຕ່ທີ່ມັນເຈັ້ມຈົ້ນ ຍ້ອນນຂ ຂຽນລະທຶກໄປກັບເຫດການຜີດອກພິກຸນ ປົມສາບານຮັກກັນຂອງຜະກາ ກັບ ເຂັ້ມ (ຊາດກ່ອນ) ຈຶ່ງເຮັດໃຫ້ຜີບໍ່ໄປເກີດ ນຳວົນວຽນເອົາຊີວິດເບັນໃນຊາດນີ້ ແລະຂ້າທຸກຄົນທີ່ເປັນແຟນ ແລະ ແອບມັກເບັນ ບໍ່ເວັ້ນແມ້ແຕ່ນ້ອງໜູດີ (ຄິດເບິ່ງ! ຄວາມອຳມະຫິດຂອງຜີ👻)

ເລື່ອງລາວກຸກກິກລະຫວ່າງພະນາງ ກັບພະຮອງ ມີບໍ່ຫຼາຍ ແຕ່ເຮົາຄິດວ່າ ຕອນອ່ານແທ້ຮອດບໍ່ສົນນຳເລື່ອງເບັນຊິຈີບໜູດີຈັ່ງໃດ ເພາະລຸ້ນວ່າ ເລື່ອງຊິໄປຄີ່ຄາຍຢູ່ແຈໃດ😅 ແຕ່ເມື່ອທັງສອງຄ້າຍເລີ່ມເຫັນກັນຍາມເຈິະເລື່ອງລາວ ໄດ້ເຫັນການເສຍສະຫຼະໃຫ້ເບັນຂອງໜູດີ ເຫັນເບັນທຸກໜູດີກະຢູ່ຄຽງຂ້າງ ຄອຍຈັບມືຜ່ານຜ່າໄປ ທັ້ງໆທີ່ຮູ້ວ່າສູ້ກັບຜີໃດ໋ຫັ້ນ😅 ເລີຍເຮັດໃຫ້ເບັນຮັກໜູດີ (ໜູດີແອບມັກເບັນແບບບໍ່ຄອບຄອງມາດົນແລ້ວ🙂) -ຫຍິງໜູດີ ເຈົ້າໂຊກດີຕົ່ວນິ ທີ່ສຸດທ້າຍແລ້ວໄດ້ລາວມາເປັນຜໍອົວຜົວ🤣 -ການແອບມັກໃຜຈັກຄົນ ມັນບໍ່ມ່ວນດອກ -ຕ້ອງໄດ້ຫ້າມໃຈໂຕເອງຕະຫຼອດເວ -ບຸ້ຍຍ ວົງການນີ້!

ເອົາລ່ະ! ຕໍ່ໆ🤣 ເລື່ອງນີ້ເປັນເລື່ອງທີ່ນຂເປີດໃຫ້ອ່ານຟີ ແລະ ເປັນນິຍາຍນໍ້າດີ ຄຸ້ມ ສົມຄວນໄດ້ຄະແນນ ratingສູງໆ ເພາະມັນເຂັ້ມຂົ້ນກັບການແກ້ໄຂບັນຫາເລື່ອງສະຫຍອງຂວັນທີ່ເກີດຂຶ້ນ ພາສາທີ່ໃຊ້ກໍເຄິ່ງໆທາງການ ແຕ່ບໍ່ມີຄຳບັນຍາຍຫຼາຍ ລອດໄປ😅

ນຂ ເປັນນຂໃໝ່ທີ່ເຮົາຫາກໍຮູ້ຈັກ ແຕ່ກໍຖືວ່າ ຂຽນໄດ້ດີເລີຍ ເປັນເລື່ອງຜີເລື່ອງທຳອິດທີ່ອ່ານ (ຄັນຈື່ບໍ່ຜິດໃດ໋😂) ລະກະເປັນປຶ້ມຟີຫົວທຳອິດທີ່ໃຫ້ເຣດສູງ

ໂປຼອ່ານຟີຊິໝົດລົງໃນອີກ3ມື້ ໃຜທີ່ຍັງບໍ່ທັນອ່ານ ຫຼືລັງເລ ແມ່ນຂ້ຽວໄປໂຫຼດມາອ່ານພວກເພິ່ນ ລະຊິບໍ່ເສຍໃຈ!

#withLuV
#Onnichan 28/06/2023

Displaying 1 of 1 review

Can't find what you're looking for?

Get help and learn more about the design.