Onnichan244 reviews7 followersFollowFollowJuly 11, 2023ຮຶ໊ບໆໆ ຫົວສຸດທ້າຍຂອງການດອງລີວິວຄັ້ງນີ້ແລ້ວ😆 ບໍ່ແມ່ນຫຍັງໃດ໋ ຄັນດອງໄວ້ດົນຫຼາຍກວ່ານີ້ ເກງວ່າຊິບໍ່ມີເວລາ ຊິບໍ່ຈືແດ່ ໂຮງຮຽນກະຊິເປີດເທີມແລ້ວ ບໍ່ເຮັດຕອນນີ້ ຮັບຮອງ ມັນໄປໂຮມຕອນຮຽນແທ້🥹#ທໍແສງຈັນ ⭐️⭐️.5 ຄືເກົ່າເປັນເລື່ອງແນວແກ້ແຄ້ນ ຂອງ ຄົມເພັດ-ພອ ຂອງເລື່ອງ ທີ່ແຄ້ນ ຈັນເຈົ້າຂາ-ພະ🌜 ທີ່ບອກເລີກ ໂດຍໃຫ້ເຫດຜົນວ່າ ໃຫ້ຄວາມສຸກພະຈັນບໍ່ໄດ້🙄 ກະສົມຄວນ ເລື່ອງຈັງຊິຜູ້ຊາຍກະເສຍselfແຫຼະເນາະແຕ່ຈຸດແຕກຫັກແທ້ໆຂອງເລື່ອງແມ່ນ ວາວພອຍ ນ້ອງຄົມເພັດ ໜີການແຕ່ງງານ ແລ້ວອ້າຍ ແລະ ຄູ່ໝັ້ນພອຍ-ນໍ້າເງິນ ມານຳພອຍກັບຄຄພະຈັນ ອ້າງວ່າ ຣະພີ-ອ້າຍພະຈັນ ເປັນຄົນພາພອຍໄປເຊື່ອງໄວ້ 🫨😦ເລື່ອງນີ້ຕົວລະຄອນຫຼາຍເຮັງ! ຕອນນັ້ນ ພະຈັນກະບໍ່ຮູ້ວ່າແນວໃດ ເລີຍຖຽງວ່າບໍ່ມີສ່ວນກ່ຽວຂ້ອງ ຈົນຣະພີມາສາລະພາບ ເລີຍຕົກຂັ້ນໄດພອຍໂຈນ ປິດບັງຊ່ວຍອ້າຍ ເພາະພອຍ🤰🏻ໃກ້ຊິຮອດມື້ແຕ່ງແລ້ວພອຍກະຍັງບໍ່ມາ ຄົມເພັດ ເລີຍໃຊ້ເລ່ກົນບີບໃຫ້ ພະຈັນ ມາເປັນນາງບຳເຣີ ໂດຍອ້າງວ່າ ຊິເຊົາຫຍຸ້ງກັບ ດາຣາ-ນ້ອງພະຈັນ ລະຊິເຊົານຳພອຍມາແຕ່ງງານ. ພະຈັນຕອບຕົກລົງ ລະກະເຂົ້າທາງຄົມເພັດ, ອ້າຍແກ້ງພະຈັນສາລະພັດ ຂົ່ມເຫງ ເວົ້າດູຖູກ ແຕ່ພະຈັນກະທົນຈົນມາຮອດຕອນພະຈັນ🤰🏻(ກະເນາະ! ພ໊ອດຄຸ້ນໆ) ຄົມເພັດກະລົດຄວາມຮ້າຍກາດລົງ ລະກະເຂົ້າໃຈກັນເອົາຊື່ໆ. ສ່ວນຄູ່ຂອງ ຣະພີກັບພອຍ ທັງສອງກະກັບມາແກ້ໄຂບັນຫາຕັ່ງຕ່າງ ສ່ວນຄູ່ຂອງ ນຳ້ເງິນກັບດາຣາ (ດາຣາຕ້ອງແຕ່ງກັບນໍ້າເງິນ ເພາະຂີນອ່າມ້າບໍ່ໄດ້🙄) ນຂ ກະເປີດຫົວເລື່ອງໄວ້ ແລ້ວບອກໃຫ້ຕິດຕາມເຫຼັ້ມໜ້າ - ຄຸ້ນໆຄືເລື່ອງແລ້ວນີ້ເລີຍຄືເກົ່າ ເຮົາໃຫ້ບໍ່ຮອດ 3ດາວ ຍ້ອນພ໊ອດເລື່ອງຈັງຊິແຫຼະ ນຂຂຽນງ່າຍໂພດດດດ (ຄຫສຕເນີ້) ແຖມເຫຼັ້ມນີ້ ອ່ານເປັນ PDFອີກໃດ໋ຫັ້ນ ຕ້ອງໄດ້ enlarge alphabet size ກັນເລີຍທີດຽວ😵💫 ແຕ່ໝົດເລື່ອງ ເຮົາມັກຊື່ນາງເອກຫຼາຍທີ່ສຸດ “ພະຈັນ” ເຮົາມັກ ຄືໆມີທັງ ຄວາມສຸຂຸມ ພະລັງ ສະຫງົບ ເຍືອກເຢັນ ຢູ່ນຳກັນ😊ເຫຼັ້ມນີ້ ນຂກະເປີດໃຫ້ອ່ານຟີ ກັບເຫຼັ້ມກ່ອນໜ້າຫັ້ນລ່ະ, ທາງນີ້ຕ້ອງທຳຄະແນນໜ້ອຍ1 ຍ້ອນໂຮງຮຽນຊິເປີດເທີມແລ້ວ ດຽວຊິບໍ່ໄດ້ມີເວລາອ່ານແບບນີ້. ຖ້າຕິດຕາມເລື່ອງຕໍ່ໄປວ່າ ຊິມາລີວິວປຶ້ມຫົວໃດອີກ😉
Amp ❞62 reviewsFollowFollowDecember 5, 2023อ่านได้เรื่อยๆดีค่ะ ตามประสานิยาย เปิดมาตีกัน แก้แค้นกัน รักกัน แล้วจบแบบ เอ้า! มี 3 คู่ คู่รักนักตื๊อจนได้พี่ชายของเพื่อนมาหนึ่ง คู่รักนักเข้าใจผิด ถ่านไฟเก่าพึ่บพั่บมาอีกหนึ่ง คู่สุดท้ายมาแบบมนต์รักน้ำสมุนไพร ถ้าเป็นชีวิตจริงคงไม่จบแบบนี้ตั้งแต่คู่เอกแล้ว 😅