ບອກເລີ ໃຫ້5ດາວ ຍ້ອນຜູ້ລ້ວນໆ 🤣🤣
ຫຼັງຈາກທີ່ອ່ານແນວ ນອ ໜີພອ ຍ້ອນມີລູກ ຫຼື ບົດຈານໝໍຜູ້ສຸກຂຸມນຸ້ມລຶກ ກະຮູ້ສຶກຢາກອ່ານຫຍັງທີ່ເບົາສະໝອງ ເລີຍຈັບເລື່ອງນີ້ຂຶ້ນມາ🧐
ປະກົດວ່າ ວ່າ ວ່າ 55555 (ຫົວນຳໜ້າໄປກ່ອນ) ມັນທັງມ່ວນ ມັນສ ຮາເວີ້ຍ ໂອ້ຍຍຍຍ ຄົບ!! Confirm👍🏻
ເລື່ອງມັນມີຢູ່ວ່າ ພອ-ອ້າຍພົນ ຈັບ ນອ-ຫຍົກ ມາເປັນຕົວປະກັນເພື່ອຫວັງຈະແກ້ແຄ້ນໃຫ້ ພາ(ນ້ອງພອທີ່ຖືກ ອ້າຍນອ[ເພັດນໍ້າໜຶ່ງ]ຫັກອົກ -ພິມເອງຍັງສັບສົນເອງ ສາສສ😖) ແຕ່ວ່າ ອ.ພົນ ພັດinnocence ປ່ອຍໄກ່ຈົນ ຫຍົກ ຈັບໄດ້ ເລີຍຕົກລົງຮ່ວມມືກັນ ໂດຍທີ່ ອ.ພົນ ໄດ້ແກ້ແຄ້ນໃຫ້ນ້ອງ ຫຍົກກະໄດ້ດັດນິໄສອ້າຍ~ວິນວິນທັງສອງຝ່າຍ ແຕ່ເລື່ອງລາວມັນກະຊັບຊ້ອນຂຶ້ນອີກຍ້ອນ ປູຂອງຫຍົກ ຫວງຫຼາຍ, ຫຍົກເລີຍຕັດສິນໃຈໜີອອກຈາກບ້ານ ເພື່ອໄປພິສູດໂຕເອງໃຫ້ປູ່ເຫັນ ແລະ ອ.ພົນ ເອງກະຖືກແມ່ບັງຄັບອີກ ໂອ້ຍຍສັບສົນຊີວິດ
ແຕ່ ແຕ່ ເລື່ອງລາວກະຍັງມີກຸກກິກກັນຫຼາຍຢູ່ ມັກໃນຄວາມສະຫຼັບນິໄສກັນຂອງພະນາງ😊 ມັກໃນຄວາມທີ່ອ.ພົນຍັງເວີ່ຈິ້ນ😱 (ຟັງບໍ່ຜິດດອກ-ອ້າຍລາວລອດມາໄດ້ຈັ່ງໃດຫວະ😳) ມັກໝູ່ອ້າຍທຸກໆຄົນ(ຮົ່ວພໍ່ໆກັນ) ແລະ ຂາດບໍ່ໄດ້ກະຕ້ອງຍົກໃຫ້ຜູ້ນີ້ >ເພັດນໍ້າໜຶ່ງ< 🤣🤣 ອ້າຍເພັດລາວງີ້ເງົ້າ ງ້ອງແງ້ງ ປັນຍາອ່ອນ (ຂໍເຊີນຮັບຢາທີ່ຊ່ອງ2) ຂີ້ຫວງນ້ອງ ເຈົ້າກີ້ເຈົ້າການ ເຮັດຫຍັງກະເວີ້ເວີ່ ມັກໃນຄວາມທີ່ເລຂາເບີ2 ຂອງອ້າຍເພັດ ປາບອ້າຍເພິ່ນຢູ່ ມັກທຸກໆຕົວລະຄອນເລີຍຍ
ນີ້ຕ້ອງຍົກcreditໃຫ້ຫຍົກເລີຍ(ເອົ້າເອົາມາພີ້ນ່າcreditນະ-ຄົນລະcreditລ່ະສາສສ😅) ນາງເກັ່ງ ນາງstrong ນາງອົດທົນ ນາງເບິ່ງໂລກເປັນກາງ ນາງເກັບຄວາມຮູ້ສຶກເກັ່ງ ນາງກວນ👣 ນາງຢອກອ.ພົນໜ້າຕາຍ ນາງຣຸກອ.ພົນກ່ອນ ນາງກ້າຫານທີ່ຈະຕໍ່ກອນກັບປູ່
ເຊິ່ງເລື່ອງນີ້ໄດ້ສະແດງເຖິງ ຄົນທີ່ບໍ່ສົມບູນແບບດ້ານຊີວິດ ມາພໍ້ກັນ ຕ່າງຄົນຕ່າງປະສົບກັບເຫດການອຶດອັດໃນຊີວິດ ທັງສອງເລີຍຊ່ວຍຮັກສາບາດແຜໃຫ້ກັນແລະກັນ ຊ່ວຍໃຫ້ກຳລັງໃຈ ຮັບຟັງ ໂດຍທີ່ຕ່າງຄົນຕ່າງບໍ່ຮູ້ເມື່ອຄີງເລີຍ ສ່ວນຕົວມັກຄວາມສຳພັນແບບນີ້ ມັນລຽບງ່າຍ ແຕ່ໜັກແໜ້ນ ມັນອົບອຸ່ນ ແຕ່ຊຶ້ງກິນໃຈ (ບໍ່ແມ່ນປອບຊິມາກິນຫົວໃຈ-ວ້າຍຍມຸກຢູ່ທະເລ)
ເລື່ອງນີ້ສອນໃຫ້ຮູ້ວ່າ “ຊົນຊັ້ນວັນນະ“ ບໍ່ວ່າຈະລວຍເງິນທອງ ຫຼື ທຸກຈົນບໍ່ມີອັນຊິກິນ ກະບໍ່ສາມາດຕັດສິນ “ຄຸນຄ່າຂອງຄົນໄດ້“
ນັກຂຽນ ຂຽນໄດ້ດີ້ເລີຍ, ມີຄວາມເກາະກ່າຍຄ່ອງຈອງ ຝູກປົມໄດ້ແໜ້ນ ສອດແຊກຄວາມເປັນລະຄອນໄທນິດໆ ແລະ ການດຳເນີນເລື່ອງໜ້າສົນໃຈ
ປລ. ວອນຂໍໃຫ້ນຂ ອອກຕອນພິເສດເລື່ອງນີ້ ແລ້ວແຕ່ງເລື່ອງອ້າຍເພັດນໍ້າໜຶ່ງກັບເລຂາໝາຍເລກ2 ໃຫ້ແດ່ pls