ຊໍ້າຮອຍຮັກ ເຮົາໃຫ້ 4.5 ດາວ😘
ເປັນອີກເລື່ອງທີ່ດອງກັນຍາວນານນນນ ຈົນຈື່ບໍ່ໄດ້😅 ເຫດຜົນຫວາກະບໍ່ມີຫຍັງຫຼາຍ ອ່ານເປັນປຶ້ມລະເຈັບຕາ
ເລື່ອງນິຖືວ່າເຈົ້າຂອງພາດ!ທີ່ບໍ່ອ່ານໃຫ້ຈົບໃນຕອນນັ້ນ ພະນາງເປັນແຟນກັນມາແຕ່ສະໄໝຮຽນ ໂດຍທີ່ເອື້ອການ~ພອ ຮັກ ຊົນທີຊາ~ຊາ ມວກກ💛 ຈົນມາຮອດຕອນທີ່ຄຄຊາມີບັນຫາ ບວກກັບແມ່ເອື້ອ ບໍ່ປື້ມຊາແດ່ ເລີຍສະເໜີເງິນໃຫ້ຊາອອກຈາກຊີວິດເອື້ອ 20ລ້ານ. ຕອນນັ້ນຊາກະບໍ່ມີທາງເລືອກ ບວກກັບບໍ່ຢາກໃຫ້ເອື້ອເປັນທຸກນຳ ເລີຍຍອມຮັບຂໍ້ສະເໜີແມ່ເອື້ອ ແລະ ເຮັດໃຫ້ເອື້ອເຂົ້າໃຈຜິດວ່າ ຊາຫັກຫຼັງໂດຍການໄປມີຄົນໃໝ່ ເອື້ອເລີຍແຄ້ນຊາຫຼາຍ(ທັງຮັກທັງແຄ້ນ). 6ປີຕໍ່ມາ ລົມກະພັດທັງສອງມາເຈິະກັນອີກ ໂດຍທີ່ຊາໃນຕອນນີ້ແມ່ນເຈົ້າຂອງແບຣນກະເປົາຊວາຍ👜 ແລະ ເອື້ອແມ່ນຮອງປະທານບໍລິຫານໝື່ນລ້ານຕະກຸນດັງ. ເທື່ອນີ້ແມ່ນ ຊາ ເດີນໜ້າເຂົ້າຫາເອື້ອເລີຍ(ແຕ່ມີຜູ້ຊັກໄຍຢູ່ເບື້ອງຫຼັງ🤫) ເອື້ອກະເລີ່ມຕົ້ນແກ້ແຄ້ນ ດ້ວຍການເວົ້າຈາດູຖູກ ແກ້ງເຮັດເຢັນຊາ ແຕ່ກະຮູ້ແຫຼະ ໃຈເອື້ອກະເຈັບປວດຄືກັນ. ຈົນທັງສອງປັບຄວາມເຂົ້າໃຈກັນ ແລະ ໄດ້ກັບມາເປັນແຟນກັນອີກຄັ້ງ (ນີ້ດີໃຈນຳທັງສອງແຫຼະ☺️)
ຊາ👩🏻💼ໃນເລື່ອງນີ້ບອກເລີ ນາງດີ ນາງອົບອຸ່ນ ເຂັ້ມແຂງ ໃຈເຢັນ ເວົ້າມ່ວນ ກິລິຍາມາລະຍາດດີ ແລະ ເບິ່ງໂລກໃນແງ່ດີ. ນາງເປັນທຸກຢ່າງໃຫ້ເອື້ອ ເປັນຊ້າງທ້າວຫຼັງທີ່ດີ. ຄິດເບິ່ງວ່າ ແມ່ເອື້ອເຮັດກັບນາງຊໍ່າໃດ ນາງຍັງບໍ່ແຄ້ນບໍ່ຊັງແມ່ເອື້ອ (ຄັນແມ່ນກູ, ຊິເຫຼືອຫວາ🤣) ແລະ ໄດ້ພິສູດໂຕເອງຈົນແມ່ເອື້ອຍອມຮັບ.
ຕໍ່ໄປນີ້ເຮົາຈະມາພັນລະນາ ເອື້ອການ ໃນ 2 mode, ເຊິ່ງແຕ່ລະ mode ບອກເລີ ຫຼົງທຸກcharacter😍😍
• ເອື້ອການ ໃນmodeນັກສຶກສາ🧑🏻🏫
ງຸ້ຍຍພວກເພິ່ນ ເວີ່ຊັ້ນນີ້ ເອື້ອ ໜ້າຍາກກ🤤 ໂອ້ຍຍຍ ເອື້ອອົບອຸ່ນ ເອື້ອນິໄສດີ ຮັກແຟນ ເອື້ອໃສ່ໃຈ ດູແລຊາດີ. ເອື້ອອ່ອນໂຍນ ເອື້ອຍິ້ມງ່າຍ ເອື້ອໃຈດີກັບທຸກຄົນ ເຖິງວ່າຊິຫຍຸ້ງຊໍ່າໃດ ເອື້ອກະມີເວລາໃຫ້ຊາສະເໝີ🥰
•ເອື້ອການ ໃນອີກ 6ປີ ຕໍ່ມາ👨🏻💻
ໂອ້ຍຍmodeນິກະກຣ້າວໃຈ ເອື້ອເວີ່ຊັ້ນນີ້ ຫຼໍ່ ເຂັ້ມ ລວຍ ສຸພາບ ເຢັນຊາ ສຸຂຸມນຸ້ມລຶກ ບ້າວຽກ ບໍ່ຈິງໃຈນຳໃຜ~ແຕ່ອ້າຍປ່ຽນຄູ່ຄວງບໍ່ຊໍ້າໜ້າ😑 ແຕ່ບໍ່ວ່າ ເອື້ອ ຊິຢູ່ໃນເວີ່ຊັ້ນໃດ ໃຈເອື້ອກະຍັງຈົງຮັກພັກດີກັບ ຊາ ຄືເກົ່າ. ຊາເປັນທັງຮັກແຮກພົບ ແລະ ຮັກດຽວຂອງເອື້ອ💛 (ງຸ້ຍຍ🙈)
ນຂພັນລະນາໄດ້ເຂົ້າເຖິງຕົວລະຄອນ ແລະ ແກນເລື່ອງໄດ້ດີ ໃຊ້ພາສາອ່ອນຊ້ອຍລື່ນໄຫຼ. ແຕ່ທີ່ຫັກ 0.5ຄະແນນ ແມ່ນນຂພັນລະນາສິ່ງອ້ອມຂ້າງຫຼາຍເກີນໄປ ຢາກເວີ່ນເວີ້ໃນຊ່ວງເຄິ່ງຕອນຕົ້ນ ແຕ່ກາງເລື່ອງໄປກະອ່ານລື່ນໄຫຼດີ ລະຕິດລົມເລີຍຍຍ💨
ເລື່ອງນີ້ອ່ານແລ້ວໄດ້ 2ຢ່າງ
໑. ມິດຕະພາບດີໆຂອງthe gang ຊາ. ໄດ້ເຫັນ ຄວາມຈິງໃຈ ຄວາມຫວັງດີ ແລະ ພ້ອມຈະສູ້ໄປນຳໝູ່ ຜູ້ທີ່ຄອຍເບິ່ງແຍງດູແລ ໃນຍາມທີ່ຊາເສຍໃຈທີ່ສຸດ🙂
໒. ຄວາມຮັກທີ່ໝັ້ນຄົງ. ສະແດງອອກຈາກຕົວລະຄອນ ພະນາງ☺️ ສັນລະເສີນໃນຄວາມຮັກຂອງທັງສອງທີ່ ໝັ້ນຄົງບໍ່ວ່າເວລາຊິຜ່ານໄປດົນສໍ່າໃດ, ຮັກດຽວໃຈດຽວ ບໍ່ວ່າເອື້ອການຊິຜ່ານຄູ່ຄວງມາຈັກຄົນ, ໃຫ້ອະໄພ ບໍ່ວ່າ ຊາ ຈະເຮັດບໍ່ດີໃຫ້ ແລະ ຄວາມຫ່ວງໃຍທີ່ມີໃຫ້ກັນ ປຽບເໝືອນທັງສອງເລຍແຜໃຈໃຫ້ກັນ, ໃຫ້ກຳລັງໃຈ ແລະ ໄດ້ເຂົ້າໃຈຄວາມໝາຍຂອງຊື່ເລື່ອງ “ຊໍ້າຮອຍຮັກ“ ຢ່າງເລິກເຊິ່ງວ່າ ເອື້ອການພະຍາຍາມທີ່ຈະຫ້າມໃຈໂຕເອງບໍ່ໃຫ້ຮັກຊາ (ທັ້ງໆທີ່ໃຈຫັ້ນບໍ່ເຄີຍບໍ່ຢຸດຮັກ🥰) ຄຫສຕຈ໋ະ