#ເລ່ຊ່ອນຮັກ 🫰🏻🫰🏻🫰🏻🫰🏻🫰🏻
ຢູ່ຊື່ໆກະຢາກເສບເຈ້ນິນ ກັບອ້າຍມັດ ຂຶ້ນມາ, ແລະແມ່ນແລ້ວ ເທື່ອ III ແຍ້ວອ້າຍຕຳຫຼວດ🤭
ເທື່ອນີ້ຈະບໍ່ມາເລົ່າເນື້ອເລື່ອງ ເພາະເລົ່າມາແລ້ວ ຍ້ອນໄປອ່ານຄືນໄດ້ ແຕ່ເທື່ອນີ້ມີຈຸດ1 ທີ່ຢາກມາເລົ່າສູ່ຟັງ
•ການປ່ອຍວາງ• ແລະ •ໃຫ້ອະໄພ• ຂອງເຈ້
ການທີ່ ເຈ້ນິນ ມີຄວາມແຄ້ນກັບ ນະລິນ (ສັດຕູຟ້າປະທານ🤣 - ແມ່ອ້າຍມັດ) ໃນຊາດແລ້ວກະພໍເຂົ້າໃຈໄດ້. ແຕ່ມາຊາດນີ້ ເຈ້ນິນ ໄດ້ປ່ອຍວາງທຸກຢ່າງໃນອະດີດ ຈາກຄົນທີ່ເຮັດໃຫ້ຕົນຕາຍໃນຊາດກ່ອນ. ເຮົານັບຖືໃຈ ເຈ້ນິນ ຫຼາຍ👍🏻 ເນາະມັນທຳໃຈຍາກ ແຕ່ເບິ່ງທີ່ປະຈຸບັນ ນະລິນ ກະລ້ຽງ ແສນດີ ມາຢ່າງດີ ແຖມຍັງໄດ້ ລູກສັດຕູ ມາເປັນ ຜໍອົວຜົວ ອີກ. ໂອ້ຍຍ ຄຸ້ມເກີນຄຸ້ມເຈ້😁
ເຈ້ນິນເຮັດຖືກແລ້ວ ທີ່ໃຫ້ໂອກາດໂຕເອງມີຄວາມສຸກໃນຊາດນີ້😊 ຄົນອ້ອມຂ້າງເຂົາເຈົ້າກະຮັບກຳທີ່ກໍ່ແລ້ວ ສ່ວນເຈ້ນິນ ກະມີຄວາມສຸກກັບສົມບັດທີ່ ຊ້າງນ້ອຍ ໂອນໃຫ້, ມີຫຍ້າອ່ອນໃຫ້ຄ້ຽວ🤣 ມີຄົນຊື້ກະເປົາໃຫ້ ໂອ້ຍຍ ຖືວ່າໂຊກດີແລ້ວວ
ຈັ່ງໃດເຮົາກະນັ່ງຢືນ ນອນຢືນວ່າ ບໍ່ວ່າຈະອ່ານຈັກເທື່ອ ກະຍັງຢາກເປັນໝູ່ກັບເຈ້ນິນໃນຊີວິດຈິງ😆 ຂຈ ກອນຣຳພາ ທີ່ສ້າງເຈ້ນິນ ມາໃຫ້ເຮົາໄດ້ອ່ານ ຈະກັບມາອ່ານເຈ້ນິນ ອ້າຍມັດເລື້ອຍໆ🫰🏻
#withLuV
#Onnichan 19/8/2024
~~•~~
ບັນທຶກການອ່ານຄັ້ງທີ II ຂອງເລື່ອງນິ
ກັບມາທີ່ປ້າແສນ ຫຼື ເຈ້ນິນ ຄົນເກົ່າຄົນເດີມ ເພີ່ມເຕີມຫຼົວຮັກຫຼົວຫຼົງ🙄 ກັບມາອ່ານຄັ້ງນິຄວາມຮູ້ສຶກຍັງຄືເກົ່າ ຍັງຕະຫຼົກໄປນຳຄວາມບ້າ ຄວາມວິນ ຂອງເຈ້ຄືເກົ່າ🤣 ເທື່ອນິຊິບໍ່ເວົ້າຕົວລະຄອນຫຼາຍ ເພາະທຸກຄົນກໍເວົ້າມາຫຼາຍລະ ແຕ່ຊິມາລົງທີ່ປະເດັນ “ການໃຫ້ອະໄພຂອງເຈ້“
ເຈ້ນ່ະເບິ່ງຣ້າຍໆແບບນັ້ນ ເປັນຄົນມີເຫດມີຜົນໃດ໋, ຂະໜາດວ່າຊັງສັດຕູຟ້າປະທານແຕ່ຊາດແລ້ວ ແລະ ເປັນຄົນເຮັດໃຫ້ເຈ້ນິນຕາຍ ກໍຍັງໃຫ້ອະໄພໄດ້ ນັບຖືໃຈເຈ້ຫຼາຍ👍🏻 ແຕ່ກະຖືວ່າ ວິນໆທັງສອງຝ່າຍ ເຈ້ກະໄດ້ອ້າຍມັດ ແທນພໍ່ອ້າຍມັດເດ້😅
ຍັງຢືນຢັນຄືເກົ່າວ່າ ຄັນມີເຈ້ນິນໃນຊີວິດຈິງ ກໍຢາກຕີສະໜິດໄວ້ເປັນໝູ່ ເພາະເຈ້ຮາຫຼາຍ😝
ສຸດທ້າຍ, ເລື່ອງນີ້ເປັນຂຸມພະລັງງານບວກ ທີ່ເຮັດໃຫ້ຂ້ອຍຍິ້ມ ມີຄວາມຄວາມສຸກທີ່ໄດ້ອ່ານ♥️ ຄວາມຮູ້ສຶກຄືອ່ານຄັ້ງທຳອິດຕະຫຼອດ ເນື້ອເລື່ອງລະມຸນ ລົງຕົວ.. ດຽວມື້ໃດທີ່ຕ້ອງການພະລັງງານບວກ ຈະກັບມາອ່ານເຈ້ນິນອີກ🥰
~~•~~
ຄັ້ງທີ I.
ເລ່ຊ້ອນຮັກ + ຕອນພິເສດ 5 ຕອນ (ແຕ່ຍັງບໍ່ຈຸໃຈເວີ້ຍຍ ຢາກອ່ານອີກ)
ເລື່ອງນີ້ໃຫ້ 4.85/5 ດາວຈ໋ະ
ໂອ້ຍຍຍ ອອກໂຕກ່ອນເລີຍ ເລື່ອງນີ້ “ຕະຫຼົກ“ ຈົນບໍ່ຮູ້ຊິຕະຫຼົກຈັ່ງໃດລ່ະ .. ເລື່ອງຂອງເລື່ອງກະ ຊະຍານິນ-ນິນ ເປັນສາວແກ່ ທີ່ບັງເອີນໄປຊ່ວຍ ເດັກນ້ອຍອາຍຸ 6ປີ👩🏻 ແລະ ໂຕເອງເສຍຊີວິດ💀 ແຕ່ເດັກນ້ອຍນັ້ນລອດ. ແຕ່ເວີ້ຍແຕ່🤚🏻 ມັນມີເລື່ອງອັດສະຈັນເກີດຂຶ້ນ👻 ນິນ ພັດໄປຢູ່ໃນຮ່າງຂອງເດັກນ້ອຍ 6ປີ ທີ່ຊື່ ຊະຍານິນ ບຸນເກີດໃໝ່-ແສນດີ. ແຕ່ຈັກຊິດີໃຈຫຼືເສຍໃຈດີ ເດັກທີ່ນິນໄປອາໄສຢູ່ພັດເປັນເດັກໃນບ້ານຂອງຄົນທີ່ນິນແອບມັກມາຕະຫຼອດ20ປີ😱 (ຈົນຂຶ້ນຄານ555) ທຳອິດນິນໃນຮ່າງແສນດີ ກະປັບໂຕກັບສະພາບແວດລ້ອມໃໝ່ ຈາກເດັກທີ່ສະໝອງທຶບ ເປັນເດັກສະຫຼາດ ຈາກເດັກທີ່ຮຽບຮ້ອຍ ກາຍເປັນນິໄສແຂງກຣ້າວ ຈົນເຮັດໃຫ້ ປະຣະມັດ_ມັດ ພະເອກ ຂອງເລື່ອງສົງໃສ😒 (ແຕ່ເຈ້ນິນບໍ່ແຄເວີ້ຍ🤷🏻♀️) ວັນເວລາຜ່ານໄປ ຈາກເດັກນ້ອຍກາຍມາເປັນສາວອາຍຸ18 ດ້ວຍຄວາມທີ່ເຈ້ນິນຍັງອາໄສນຳຄຄປຣາບດາ_ພໍ່ພອ (ຄົນທີ່ເຈ້ແອບມັກ) ເຮັດໃຫ້ປຣາບດາເອັນດູເຈ້ປານລູກ ລະເຮັດໃຫ້ ນະລິນ-ແມ່ພອ ຫຶງຫວງ ເລີຍເອີ້ນ ອ້າຍມັດ ກັບບ້ານ ມາປາບພະຍົດເຈ້ ໂດຍການຈັບແຕ່ງງານເລີຍ💍ແຕ່ເຈ້ນິຫວາຊິຍອມ🤷🏻♀️ 5555 ຄິດຜິດຄິດໃໝ່ໄອ້ໜູ💃 ທັງເຈ້ ແລະ ອ້າຍມັດ ພາກັນເອົາຊະນະກັນ. ແຕ່ເລື່ອງມັນບໍ່ຈົບທີ່ຊໍ່ານັ້ນ ເງື່ອນງຳຂອງເຈ້ນິນ ແມ່ຂອງແສນດີ ແມ່ຂອງອ້າຍມັດ ລະຫຼາຍໆອັນ ໃຫ້ໄດ້ຕິດຕາມ.
ຫຍໍ້ໜ້ານີ້ຂໍພັນລະນາເຖິງ “ເຈ້ນິນ“ ຜູ້ທີ່ບໍ່ເຄີຍເສຍຊິງໃຫ້ໃຜທັງຊາດນີ້ ຫຼື ຊາດແລ້ວ🤣 (ແຕ່ແມ່ນກ່ອນຍັງບໍ່��ຈິະອ້າຍມັດໃດ໋👉👈) ບອກເລິພວກເພິ່ນ ນາງເອກເລື່ອງນີ້ “ບໍ່ແມ່ນຄົນດີ“🤣🤣 ເຈ້ນິນແມ່ນ ມະນຸດປ້າ ຫື່ນ ບ້າກາມ ຫຼົງໂຕເອງ ເຈົ້າເລ່ ເຈົ້າແຜນການ ມີມາດນາງພະຍາໃນຮ່າງເດັກນ້ອຍອາຍຸ18 ມັກກິ່ນນໍ້າອົບນໍ້າປຸງ (ກະບອກອາຍຸໄດ້ລະເນາະ) ກວນ🐾 ປາກລ້ຽງ🐶ໄວ້ຫຼາຍໂຕ ເຄີຍໄປຫຍິກກົ້ນອ້າຍມັດ ແລະ ເຫັນຈຸ໋ດຈູ໋ນ້ອຍອ້າຍຕອນອາຍຸ1ປີ.. ຄິດເບິ່ງງງ ຄົນທີ່ເຮັດແບບນີ້ໄດ້ ບອກເລີຍ ບໍ່ແມ່ນຄົນດີີີີີີ
ອ້າຍມັດ_ເດັກມີປົມ ທີ່ເກີດມາກະຕ້ອງໄປອາໄສຢູ່ນຳຍ່າທີ່ ປາຣິດ🗼 ອ້າຍຜູ້ທີ່ຖືກເຈ້ນິນຫຍິກກົ້ນ ແລະ ເຫັນຈຸ໋ດຈູ໋ນ້ອຍ (ແພງຈຸ໋ດຈູ໋ນ້ອຍອ້າຍເດ້້້😙) ຖືກເອີ້ນໂຕກັບບ້ານຍ້ອນ ອີ່ຕົນແມ່ ແລະ ກະເຂົ້າໃຈວ່າພໍ່ແມ່ມີບັນຫາກັນຍ້ອນເຈ້ນິນ. ນິໄສອ້າຍມັດຫວາ ຜູ້ນີ້ກະພໍແລ້ວ ເຈົ້າເລ່ເພທຸບາຍ, ເວລາ2ຄົນຢູ່ນຳກັນ ເປັນຕ້ອງຖຽງກັນຕະຫຼອດດດ ອ້າຍນຽບ ອ້າຍເຄັ່ງຂຶມ ອ້າຍຜູ້ທີ່ຈັດinfinity kissໃຫ້ເຈ້😚😝 ອ້າຍຜູ້ທີ່ຄິດວ່າຕົນເປັນຫຍ້າອ່ອນໃຫ້ເຈ້ນິນຄ້ຽວ (ຈຸດນີ້ຮາ🤣)
ນີ້ມັກຕອນເວລາທີ່ເຈ້ນິນຢູ່ນຳthe gang, ບົດສົນທະນາເປັນທຳມະຊາດຂອງນ້ອງໝວຍກັບລຸງເດສຊີ້ (ໝູ່ເກຊາດກ່ອນຂອງເຈ້) ການເວົ້າກັນຂອງປ້າກັບຫຼານ (ໄອ້ຕຣີນ-ເອີ້ນຜິດສຽງມີຫວັງ🤣) ປ້າກັບລູກອ້າຍລູກນ້ອງ ກະບໍ່ທຳມະດາ 555 ອ່ານລະເພີນດີ🍃 ບໍ່ຢາກໃຫ້ຈົບເລີຍຍຍຍ😩
ນີ້ເປັນຫົວfav2020ທຳອິດ ອ່ານໄປກະຫົວໄປ ໂອ້ຍໆນຳເຈ້ນິນຢູ່ບໍ່ເຊົາ ຫົວນຳວິລະກຳຂອງເຈ້ ຕື່ນເຕັ້ນທຸກຄັ້ງທີ່ອ້າຍມັດຊິແກ້ເກມເຈ້ນິນຈັ່ງໃດ ຕະຫຼົກທຸກຄັ້ງທີ່ເຈ້ເວົ້າຫຍອກອ້າຍມັດ ແຕ່ໂຕເອງເຂີນແທນ (ເອົ້າ!ເຈ້ຕົກມ້າ🐎ຕາຍນິຫວ່າາາ🤫). ສ່ວນຕົວ ຄັນມີເຈ້ນິນໃນຊີວິດຈິງ ຊິໄປຕີສະໜິດໄວ້ໂລດ ເພາະເບິ່ງແລ້ວ ຢູ່ນຳຄືຊິແຂ້ວແຫ້ງ💀🤣🤣
ນຂເພິ່ນແຕ່ງໄດ້ດີຫຼາຍ ຍ້ອງເລີຍ👍🏻 ພາສາລື່ນໄຫຼໃນທຸ້ງລາເວັນເດີ້🍂🍁 (ເອີ່ມ!ບໍ່ແມ່ນລ່ະ) ແກນເລື່ອງແໜ້ນ ບໍ່ກິ້ງກ້ອງ .. ດຳເນີນເລື່ອງໄດ້ກະຊັບ ພັນລະນາທຸກຕົນລະຄອນໄດ້ດີ້ ແລະ ເລືອກຫຼິ້ນຖືກຈຸດ.
ເຫດຜົນທີ່ຕັດ0.15 ດາວ ຍ້ອນ ຊ່ວງທ້າຍໆຢາກວ່າ ສັບສົນເລື່ອງໄຂປົມທຸກຢ່າງ ໂຍງໂຕນັ້ນ ມາໃສ່ໂຕນີ້. ເລີຍຄິດວ່າ ມັນໜ້າຈະບໍ່ແມ່ນມັ້ງງງງ ລະຊ່ວງໄຂປົມ ກະໄວເກີນໄປ ຈົນກູເອງແຫຼະ ຮັບບໍ່ທັນ (ຈັກອີ່ຫຍັງເປັນຫຍັງ) ຫັ້ນນ່າາາາ
ແຕ່ແກນເລື່ອງແທ້ໆມ່ວນ👍🏻 ພາກັນຊື້ມາອ່ານເທາະ ລະຈະບໍ່ຜິດຫວັງ confirm!