ເລື່ອງນິຕ້ອງໃຫ້ດາວເປັນ ☀️☀️☀️☀️🌜
ຕ້ອນຮັບ Valentine’s Day ທີ່ຈະມາຮອດໄວໆນີ້ ກະຕ້ອງເຕີມນໍ້າຕານໃຫ້ໂຕເອງແດ່😢
ໜ້າປົກແມ່ນຜູ້ຊາຍຢືນປິ່ນຫຼັງ ທ່າທາງອົບອຸ່ນແມ່ນບໍ່-ຄວາມຄິດທ່ານຈະປ່ຽນທັນທີ ຖ້າທ່ານເປີດອ່ານໜ້າທີ 1 😆🤪
ເລື່ອງນີ້ແມ່ນສົມພານກິນ🐓ວັດເວີ້ຍ! ພະນາງເຫັນກັນແຕ່ຍັງນ້ອຍ ດ້ວຍຄວາມທີ່ທັງສອງຢູ່ໄຮ່ໄຜ່ນຳກັນ ແຕ່ຄົນລະຖານະ~ກະຖິນ ເປັນຫຼານແມ່ບ້ານ ຕະວັນ ເປັນລູກເມຍຜູ້ທີ2ຂອງພໍ່. ຈົນກະຖິນໄດ້ 18ປີ ເສືອຕະວັນກະເລີ່ມອອກລາຍແຫຼະ ຫາຕອດເລັກຕອດໜ້ອຍ, ຈົນຜູ້ໃຫຍ່ມາເຫັນ ແຕ່ຕອນນັ້ນກະຖິນຍັງນ້ອຍ ກະເລີຍຍັງບໍ່ໄດ້ແຕ່ງງານກັນເທື່ອ ຕ້ອງຖ້າໃຫ້ນາງຮຽນຈົບກ່ອນ. ໃນລະຫວ່າງທາງ ກະມີເລື່ອງພໍ່ລ້ຽງຜົວໃໝ່ແມ່ຕະວັນ ເລື່ອງແມ່ກະຖິນ ເລື່ອງສາລະພັດ. ແຕ່ກະຈົບດີ! ອົບອຸ່ນອີກ.
ກະຖິນ ເປັນນັກຮຽນມໍປາຍ(ໃນຕອນນັ້ນ) ເປັນເດັກສົດໃສ ເປັນຄູ່ກັດກັບຕະວັນມາແຕ່ນ້ອຍ ແຕ່ນາງຮຽນເກັ່ງ ນາງຢູ່ເປັນ ແຕ່ງຢູ່ຄົວກິນໄດ້ໝົດ ນາງມີຄວາມຄິດເປັນຜູ້ໃຫຍ່ເຂົ້າໃຈ🌍 ວິເຄາະບັນຫາໄດ້ດີ ແລະທີ່ສຳຄັນ ເປັນບຸກຄົນທີ່ຕະວັນເກງໃຈສຸດດດ🙊
ລຳດັບຕໍ່ໄປນີ້ ຈະມາພັນລະນາ “ຕະວັນ“ ອອກເປັນ 3ຊ່ວງຊີວິດອ້າຍເພິ່ນ
1. ຊ່ວງທີ່ອ້າຍອາຍຸ 30ປີ
ຫຸຍຍຊ່ວງນິ ຖືວ່າເປັນຊ່ວງຮໍໂມນແປປວນແຫຼະ ຕະວັນຜູ້ທີ່ມີຜິວຂາວປານຢວກກ້ວຍ(ໄດ້ທາງແມ່ມາ) ຂີ້ເກັກ ຂີ້ມາດ ຂີ້ອອກຄຳສັ່ງ ມີແຕ່ຂີ້ກັບຂີ້😂 ຊ່ວງນີ້ອ້າຍເພິ່ນເນື້ອຫອມ ສາວເລັກສາວນ້ອຍມັກໄປໝົດ🙄 ອີກຢ່າງຕະວັນມາຊ່ວຍວຽກອ້າຍພູມ(ອ້າຍກົກ)ຢູ່ໄຮ່ໄຜ່ ເລີຍມີໂອກາດໄດ້ໃກ້ຊິດກັບກະຖິນ ກະເລີຍມັກກັນ. ອໍ້ ຊ່ວງໄວນີ້ອ້າຍເພິ່ນປາກຮ້າຍຍ! ໃຈຮ້ອນ! ພ້ອມ➕ທຸກຄົນທີ່ເຂົ້າມາຫາເລື່ອງ
2.ຊ່ວງອ້າຍອາຍຸ 35ປີ
ໂອ້ໂຫຊ່ວງນິເຂັ້ມຂົ້ນ! ຫຼັງຈາກທີ່ຕັດສິນໃຈຮັບຊ່ວງເບິ່ງທຸລະກິດຕໍ່ຈາກພໍ່ລ້ຽງ ອ້າຍກະແຫ່ງເພີ່ມດີກຼີຄວາມປາກຮ້າຍຂຶ້ນ ຄວາມຫຼໍ່ຍັງຄືເກົ່າ ເພີ່ມເຕີມແມ່ນ ໜ້າທ້ອງອັນອຸດົມໄປດ້ວຍsixpacks🤣🤤(ກະຖິນລູບຍາມໃດແມ່ນໄດ້ເສຍສາວ🙊). ຫຼັງຈາກທີ່ກະຖິນຮຽນຈົບ ອ້າຍກະມັດມືຊົກດ້ວຍການຈັບກະຖິນແຕ່ງງານໂລດ (ເອີມເຄີຍເຫັນແຕ່ຜູ້ຍິງຢາກຈັບຜູ້ຊາຍ🤣) ມີຄວາມດິບເຖື່ອນ! ເປັນຜູ້ໃຫຍ່ຫຼາຍຂຶ້ນ ແຊັບອີກກກກ!
3. ຊ່ວງອ້າຍອາຍຸ 35.5ປີ (ຫຼັງໄດ້ເມຍແລ້ວ)
ວ້າຍຍມັກຊ່ວງນິສຸດໆ ຈາກຄົນແຂງກະດ້າງ ກາຍເປັນອົບອຸ່ນຂຶ້ນມາທັນທີ, ອ້າຍແຄກະຖິນຫຼາຍ (ທີ່ຈິງອ້າຍກະຮັກຂອງອ້າຍມາແຕ່ນ້ອຍ♥️) ຖ້າກະຖິນບໍ່ຍອມກະບໍ່ເຮັດ, ເລື່ອງໃນມຸ້ງກະແຊບບ ຈົນນຳ້ລາຍໄຫຼ😖 ບໍ່ຄິດວ່າອ້າຍຊິມີໂມເມັ້ນນີ້. ຕອນທີ່ເພິ່ນແພ້ທ້ອງແທນເມຍແຫ່ງຄັກ ຄິດວ່າໂຕເອງຊິຕາຍລ່ະ ສັ່ງເສຍໄວ້ພ້ອມ🤣
ທີ່ຈິງມີປຶ້ມຂອງນັກຂຽນທ່ານນີ້ຫຼາຍຫົວໃດ໋ ແຕ່ຍັງບໍ່ໄດ້ອ່ານຈັກຫົວເລີຍ ແຕ່ກະມ່ວນ. ການເລົ່າເລື່ອງລື່ນໄຫຼດີ ແຕ່ຊ່ວງເຄິ່ງທຳອິດຢາກອຶດອັດໜ້ອຍໜຶ່ງ ແຕ່ສ່ວນຫຼັງໂອ້ໂຫ ຫວານຈົນມົດໄຕ່ພຸ້ນແຫຼະ🐜 ນຈພັນລະນາດີ ພາສາອ່ານງ່າຍ ດຳເນີນເລື່ອງກະໂອເຄ.
ດຽວໄວ້ຊິໄປອ່ານອ້າຍພູມເພິ່ນຕໍ່ເລີຍ ລະຈະມາບອກວ່າແຊັບຄືຕະວັນບໍ່🙊