ເລື່ອງນິຕ້ອງຂ້ຽວມາລິວິວໜ້ອຍໜຶ່ງ ຮ້ອນວິຊາຫັ້ນນ່າາ😅
ແຊ໋ບເດີ້ເລື່ອງນິນະ🔥 (ມຶງກິນໄດ້ຊໍ່າເບາະ😝)
ເອົາໄປເລີຍ 4.85 ດາວກັບອ້າຍອາທິດຄົນແກ່ (ອ້າຍເພິ່ນເວົ້າເອງເດີ້)
☀️Plotຈະຕາມນັ້ນ ອາທິດ ທາບທາມ ປີຍະວະຣາ_ປີ ໄປເປັນບາຍເອີ້ເລື່ອງ art, ດ້ວຍຄວາມທີ່ ປີ ສົນໃຈງານສິນລະປະ ແລະ ມີເຫດຜົນບາງຢ່າງ ເລີຍຕົກລົງໄປເຮັດວຽກກັບ🐅 ຫຼັງຈາກນັ້ນຫວາ “ອ້ອຍ“ ມາເຕັມເລີຍຍຍ ໝາຍເຖິງອ້ອຍອ້າຍອາທິດ😆
☀️ເລື່ອງລາວມັນຊັບຊ້ອນກວ່າຫັ້ນເວີ້ຍ, ການຕາຍຂອງເມຍອາທິດ(ແມ່ນ! ພອເຄີຍແຕ່ງງານແລະມີລູກອາຍຸ18ປີແລ້ວ) ທີ່ທຸກຄົນຄິດວ່າ ອາທິດຂ້າເມຍຕົວເອງ, ນິໄສຂອງອາທິດ, ແຕ່ ປີ ຊິເປັນຄົນມາໄຂປິດສະໜາ ພ້ອມທັງມາເຮັດໃຫ້ອ້າຍເພິ່ນຫວັ່ນໄຫວ😊 ຊິບໍ່ລົງລາຍລະອາດເນີ!
ມາ! ຫຍໍ້ໜ້າຕໍ່ໄປນີ້ຈະມາເວົ້າເຖິງຕົວລະຄອນຫຼັກຂອງເລື່ອງ:
☀️ອາທິດ_ທີ ຊາຍແກ່ໃນໄວ ເກືອບ40ປີ, ນັກທຸລະກິດອະສັງຫາ ທີ່ຫຼໍ່ ລວຍ ບໍ່ມີຫົວໃຈ ບໍ່ມີຄວາມຮູ້ສຶກ ມີແຕ່ເງິນ. ຜູ້ທີ່ສຳຄັນແລະຍັງເຮັດໃຫ້ອາທິດມີຊີວິດຢູ່ຈົນຮອດຕອນນິແມ່ນລູກ (ໜ້າສົງສານຫຼາຍ) ໄດ້ເຈິະກັບ ປີ ຢູ່ລອນດອນ ແລ້ວຕິດໃຈ ຢາກໄດ້ມາເປັນຄູ່ນອນ (ທີ່ມີສັນຍາ 4ເດືອນ). ແຕ່ເຮັດຫຍັງປີບໍ່ໄດ້ ຍ້ອນຮັກແບບບໍ່ຮູ້ຕົວເລີຍ.
☀️ອ້າຍເພິ່ນພິເສດຢູ່ຢ່າງໜຶ່ງ ລາວເປັນMr.Greyໃນຄາບອ້າຍອາທິດເວີ້ຍຍຍ! ໂອ້ຍຍ ແຊບບບ🤤 (ກູນິປານອ່ານ fifty shade of greyຄືນເລີຍ🤣) ລົດນິຍົມອ້າຍແບບ ແໝໝ (ຢາກຈັບບິກມາເຊັນພຸ້ນນ່າາາ)
☀️ມາໃນເບື້ອງຂອງ ປີຍະວະຣາ ກັນແດ່: ນາງມີສຳຜັດພິເສດ ທີ່ຮູ້ສຶກໄດ້ວ່າ ຄົນທົ່ວໄປຮູ້ສຶກແບບໃດ, ນາງນິເປັນຜູ້ທີ່ມາເປີດໃຈອ້າຍອາທິດໃຫ້ກວ້າງອອກເລີຍ. ນິໃສນາງແປກ (ຊັ້ນແຫຼະອາທິດຈັ່ງຫຼົງ) ນາງສາມາດເກັບຄວາມຮູ້ສຶກ ໂດຍບໍ່ສະແດງອາການຫຍັງອອກມາ, ເຮັດໃຫ້ອາທິດເດົາທາງບໍ່ຖືກ. ນາງເປັນຄົນອ່ອນໂຍນ ຢູ່ເປັນ ເປັນການເປັນງານ. ມາເຮັດວຽກກັບອາທິດ ກະຖືກອາທິດຈອບກິນຕະຫຼອດດດ🤣 (ເປັນຕູ ຕູຍອມໃດ-ກະບໍ່ແມ່ນມຶງນິແຫຼະບັນຫາ😛)
☀️ບາດນິຊິມາເນັ້ນເລື່ອງໂທນເລື່ອງ
ເຮົາຄິດວ່າ ບໍ່ແປກເລີຍ ທີ່ຕົວລະຄອນຫຼັກສະແດງອອກມາເປັນແບບນັ້ນ, ເພາະສິ່ງທີ່ອາທິດເຈິະມາ ກະໜັກໜາສາຫັດ ສຳລັບຄົນຜູ້ໜຶ່ງ. ອະດີດຫຼໍ່ຫຼອມໃຫ້ອ້າຍເພິ່ນເປັນຄົນແບບນັ້ນ, ພໍດີກັບທີ່ ປີ ເຂົ້າມາໄຂ🔒♥️ອ້າຍ ອ້າຍໄດ້ມີໂອກາດຍິ້ມ ໄດ້ເຫັນອີກມູມ ທີ່ບໍ່ເຄີຍໄດ້ເຫັນ (ເອີ້! ກະຮູ້ສຶກອິນໄປກັບຕົວລະຄອນ)
☀️ນຂຂຽນໄດ້ດີຫຼາຍ, ນຂຄ່ອຍໆດຳເນີນເລື່ອງ ຄ່ອຍໆໄຂປິດສະໜາໄປເທື່ອລະໜ້ອຍ, ເລົ່າເຫດການສະຫຼັບ ກັບອາດີດຂອງທັງສອງ. ຄ່ອຍໆບິວອາລົມຄົນອ່ານໃຫ້ຕື່ນເຕັ້ນ ລຸ້ນລະທຶກໄປນຳ. ຄວາມສຳພັນຂອງພະນາງກໍຄ່ອຍໆພັດທະນາໄປ ເລີ່ມຕົ້ນຈາກຕັນຫາຣາຄະ ປ່ຽນເປັນຮັກ. ເອີ້! ຕູຊຶ້ງກິນ♥️ (ເອົ້າ! ເວົ້າແທ້😂)
☀️ຂໍຕື່ມອີກນິຊຊໜຶ່ງ (ອີ່ຫຼີ)😆
ສ່ວນຕົວມັກຄວາມບໍ່ສົມບູນແບບຂອງຕົວລະຄອນ, ຄວາມສື່ຕົງຕໍ່ຄວາມຮູ້ສຶກ, ຄວາມຮັກທີ່ບໍ່ຫວັງຜົນຕອບແທນ ແລະ ຄວາມເສຍສະຫຼະຂອງອາທິດ. ຄວາມຢາກຊ່ວຍເຫຼືອຂອງປີ, ຄວາມອິດສາລິດສະຫຍາ ເອີ້! ມີຄົບ
☀️ເລື່ອງນີ້ສອນໃຫ້ຮູ້ວ່າ
🌈ບໍ່ມີໃຜທີ່ຈະເກີດມາສົມບູນແບບ ແຄ່ຍອມຮັບ ແລະ ເຂົ້າໃຈ
🌈ຢ່າຕັດສິນຄົນທີ່ພາຍນອກ ເຈົ້າອາດຈະພາດສິ່ງທີ່ດີທີ່ສຸດໄປກໍໄດ້😉
ໄອ່ຍະ ເຈົ້າບົດເຈົ້າກອນ🤣