Onnichan244 reviews7 followersFollowFollowJanuary 29, 20203.5/5 ດາວເລື່ອງມັນມີຢູ່ວ່າ ນິໂລບົນ-ນອ ເປັນຜູ້ກຳກັບລະຄອນ🎬 ບັງເອີນໄປເຮັດ ຄາປູຊິໂນ້☕️ ເຮ່ຍໃສ່ ປຣະວິນ-ພອ ໂດຍບໍ່ໄດ້ຕັ້ງໃຈ ລະເກີດເປັນເລື່ອງເປັນລາວ. ຊໍ້າບໍ່ໜຳອ້າຍວິນ ຍັງເປັນຮອງຜູ້ບໍລິຫານໃນບໍລິສັດ👨🏻💻ທີ່ນອເຮັດວຽກຢູ່ (ອີ່ຫຍັງມັນຊິຊວຍປານນ້ານນນ🤦🏻♀️) ພະນາງເປັນໄມ້ເບື່ອໄມ້ເມົາກັນເລີຍແຫຼະ ຫັກໜ້າກັນ ມັກເອົາຊະນະກັນໄປມາ (ຄູ່ນິກະພໍແລ້ວ😞) ຈົນມາຮອດຈຸດທີ່ອ້າຍວິນຫຼອກນອ😤(ຕອນນັ້ນບໍ່ມັກອ້າຍວິນແຮງ😡🤬) ເອົາຄວາມໄວ້ເນື້ອເຊື່ອໃຈຂອງນອ ມາລໍ້ຫຼິ້ນ🤷🏻♂️ ລະກະປູ້ຫຍີ້ປູ້ຍຳນອ😢 (ເຮິະ!ຢ່າໃຫ້ເຈິະອ້າຍວິນແຖວບ້ານ🏠) ຫຼັງຈາກນັ້ນມາ ກະຕາມຫຶງຫວງນອ ໂດຍທີ່ໂຕເອງຍັງຄຸມເຄືອກັບສາວອື່ນຢູ່🙄 ລະກະເກີດມີເລື່ອງເຂົ້າໃຈຜິດ sceneຂົ່ມຂືນ ນອ🤰ຫອບລູກໜີ ແຕ່ທັງສອງກະກັບມາເຈິະກັນໃນ 3ປີຕໍ່ມາ.ເລື່ອງນີ້ເປັນເລື່ອງທີ2 ຂອງນຂ ທີ່ມີໂອກາດໄດ້ອ່ານ. Plot ເລື່ອງກະຂ້ອນຂ້າງຄ້າຍໆກັບເລື່ອງທີ່ອ່ານມາ ການຜູກປົມ ແລະ ແກ່ນສານຂອງເລື່ອງຍັງບໍ່ທັນແໜ້ນປານໃດ ອ່ານເລີຍເດົາທາງໄດ້.ແຕ່ລວມໆກະຖືວ່າພໍອ່ານໄດ້ເບົາສະໝອງ🧠