Jump to ratings and reviews
Rate this book

ซ่อน

Rate this book
...เก็บและฝังความหลังในเถ้าถ่าน
ผ่านและซ่อนเธอไว้ในห้วงฝัน
กลั้นและเก็บเจ็บรักของวานวัน
จันทร์ลับตื่นคืนสู่มโนจริง...

319 pages, ebook

Published December 24, 2019

2 people want to read

About the author

S-freedom

14 books2 followers
Associated Names:
* S-freedom
* ลิขิต

Ratings & Reviews

What do you think?
Rate this book

Friends & Following

Create a free account to discover what your friends think of this book!

Community Reviews

5 stars
1 (50%)
4 stars
1 (50%)
3 stars
0 (0%)
2 stars
0 (0%)
1 star
0 (0%)
Displaying 1 of 1 review
Profile Image for Onnichan.
244 reviews7 followers
July 24, 2020
ມາ! ໄດ້ເລິກງາມຍາມດີມາລີວິວປຶ້ມຫົວນີ້ກັນ. ໃຫ້ 5ດາວ ບໍ່ຫັກຈັກຄະແນນ💛

ເຫດຜົນທີ່ຊື້ເລື່ອງນີ້ຫວາ ງ່າຍໆ ໜ້າປົກທີ່ເບິ່ງຄືລຶກລັບຊັບຊ້ອນ ແລະ ຄຳໂປຍຫຼັງປຶ້ມທີ່ອ່ານແລ້ວມັນກະຕຸ້ນຄວາມດິບເຖື່ອນໃນໂຕເຮົາເວີ້ຍຍ.

ໂທນເລື່ອງຢາກອອກໄປທາງເທົາໆ ດຣ່າມ້າມາເຕັມລົດບັນທຸກ🚚 ເລີ່ມຈາກທີ່2ຄຄສະໜິດກະເລີຍເຮັດໃຫ້ ນະຖະຈັກ~ຈັກ ສະໜິດກັບ ວະຣະຍາ~ຫຍາ ໄປນຳ. ທັງສອງເປັນຮັກແລກຂອງກັນແລະກັນ😊 ຈັກໃນຕອນນັ້ນນິໄສດີ ອ່ອນໂຍນ ເວົ້າມ່ວນ. ແຕ່ເລື່ອງລາວມັນຊັບຊ້ອນກວ່າຫັ້ນອີກ ຈັກແລະຫຍາບັງເອີນໄປເຫັນເຫດການທີ່ບໍ່ຄາດຝັນຂຶ້ນ ແລະ ໄດ້ຮູ້ວ່າໂຕເອງບໍ່ໄດ້ເປັນທາຍາດຂອງມິ່ງກະມົນແລະທັງສອງເຂົ້າໃຈວ່າເປັນອ້າຍນ້ອງກັນ. ເລື່ອງກະເລີຍພິກຜັນດ້ວຍການທີ່ທັງສອງໄປແກ້ງພໍ່ແມ່ ແລ້ວເກີດອຸບັດຕິເຫດແທ້. ເຫດການຄັ້ງນັ້ນ ເຮັດໃຫ້ ຫຍາ ສູນເສຍພໍ່ແມ່ ແລະ ຈັກ ສູນເສຍພໍ່ໄປ. ແຕ່ຄວາມລັບຂອງພໍ່ແມ່ກະຍັງຖືກເກັບໄວ້ຢູ່. ທັງສອງຈົມຢູ່ໃນຄວາມຜິດບາບແລະຫຍາກະຖືກເອົາໄປລ້ຽງໂດຍພີ່ນ້ອງ ເຮັດໃຫ້ທັງສອງຫ່າງກັນ 14ປີ. 14ປີຕໍ່ມາ ຈັກ ໃນໄວ37(ຄັນຈື່ບໍ່ຜິດ😅)ປ່ຽນເປັນຄົນລະຄົນເລີຍ ເຢັນຊາ ໜ້າດຽວ, ອ້າຍມີແຟນຄົບກັນມາ3ປີ ແຕ່ບໍ່ໄດ້ແອ້ມ ຍ້ອນອ້າຍລັງກຽດໂຕເອງ. ອ້າຍມີສັດລ້ຽງເປັນງູ🐍ຊື່ ສີເຜືອກກັບສີນິນ(ລ້ຽງໄວ້ຂ້າເຈົ້າຂອງ~ກູນິງົງເລີ😱) ໄດ້ເຈິະກັບ ຫຍາ ອີກຄັ້ງ. ທັງສອງມີຄວາມຮູ້ສຶກຢາກຂ້າໂຕຕາຍຊົດໃຊ້ຄວາມຜິດບາດຂອງຕົນ ແລະຢູ່ມາມື້ໜຶ່ງຄວາມຈິງເປີດເຜີຍສູ່ສາທາລະນະຊົນ ແລ້ວຈັກ, ແມ່ຈັກແລະຫຍາ ກະຕ້ອງໄດ້ອອກຈາກບ້ານມິ່ງກະມົນ. ຊີວິດລຳບາກແຕ່ກະສູ້ ທັງສອງຊ່ວຍກັນຫາເງິນ ສູ້ຊີວິດຈົນເສດຖະກິດຄຄດີຂຶ້ນ.

ຕ້ອງຍອມຮັບວ່າ ນຂຂຽນພັນລະນາຕົວລະຄອນຫຼັກໄດ້ດີຫຼາຍ. ເຮົາຍັງດີໃຈແທນພະນາງເລີຍ ທີ່ເຂົາທັງສອງກ້າທີ່ຈະໃຫ້ອະໄພຕົນເອງ ກ້າທີ່ຈະຍອມຮັບຜິດແລະຮຽນຮູ້ຈາກຂໍ້ຜິດພາດ.. ຮັກນຂ💛

ເຮີ້ຍຍເລື່ອງນີ້ຂໍຍົກໂປ້👍🏻ໃຫ້ເລີຍ ມັນດິບເຖື່ອນ ລຶກລັບ ລຶກຊຶ້ງ ເຂັ້ມຂົ້ນຈົນວາງບໍ່ລົງ, ນຂຂຽນໄດ້ດີຫຼາຍ(ຢຳ້ອີກລ່ະ🤣) ທີ່ດຶງເອົາແກນເລື່ອງແລະຕົວລະຄອນອອກມາຫຼິ້ນໄດ້ຫຼາຍມິຕິ ອ່ານໄປອຶດອັດໄປນຳເລີຍຍ. ວິທີການເລົ່າເລື່ອງຕື່ນເຕັ້ນຈົນໜ້າຕົກໃຈ (ກູເອງຕົກໃຈ,ແຮ😅) ນຂສະແດງຄວາມເປັນຕົວຕົນອອກມາຜ່ານຕົວໜັງສືໄດ້ດີເວີ້ຍ ເຮັດໃຫ້ຮູ້ເລີຍວ່າ styleນຂເປັນແນວໃດ 👏🏻👏🏻👏🏻

ເລື່ອງນີ້ສອນໃຫ້ຮູ້ວ່າ ບໍ່ມີຫຍັງຈີລັງໃນໂລກໃບນີ້ ຢ່າຍຶດຕິດກັບສິ່ງຂອງ ໃຫ້ຄວາມສຳຄັນກັບສິ່ງທີ່ມີຢູ່, ຄົນອ້ອມຂ້າງ. ຮູ້ຈັກປ່ອຍວາງ ສຶກສາແລະຮຽນຮູ້ສິ່ງຜິດພາດທີ່ຜ່ານມາ. ຮູ້ຈັກໃຫ້ອະໄພໂຕເອງ ໃຫ້ອະໄພຄົນອື່ນແລ້ວຊີວິດຊິມີຄວາມສຸກ. ສຸດທ້າຍແລ້ວ ມະນຸດເຮົາກະບໍ່ໄດ້ຕ້ອງການຫຍັງຫຼາຍດອກ ຄຄມີຄວາມສຸກອົບອຸ່ນ ລູກໆຟັງຄວາມປະສົບຜົນສຳເລັດກະພໍແລ້ວ(ມູມມອງສ່ວນຕົວ😊)

ສາລະພາບກ່ອນວ່າມີຜົນງານຂອງS-freedomຢູ່ໃນຄັງແສງຫຼາຍຫົວຢູ່ແຕ່ບໍ່ມີໂອກາດໄດ້ອ່ານຈັກເທື່ອ ແຮຮຮ ເຂົາຂໍໂຕດ🥺 ຕໍ່ໄປຈະເລີ່ມອ່ານກອງດອງທີ່ເຫຼືອ😬
Displaying 1 of 1 review

Can't find what you're looking for?

Get help and learn more about the design.