ແລະແລ້ວ #ເຈົ້າຫຼວງເຖື່ອນ ຄັ້ງທີ III ກໍເກີດຂຶ້ນຈົນໄດ້🫠
ຍັງຄົງໃຫ້ ⭐️⭐️⭐️⭐️⭐️ ຄືເກົ່າຈ້າາາ
ເປັນນິຍາຍລະດັບ S+ (ຄຫສຕ) ທີ່ຄວນຄ່າແກ່ການໃຫ້ 5ດາວ, ທີ່ຈິງກະເກືອບວ່າຊິຈື່ໝົດທຸກເລື່ອງລາວລະແຫຼະ ແຕ່ການກັບມາອ່ານຄັ້ງນີ້ແມ່ນ ອ່ານເນັ້ນໆ ແຕ່ຄຳທີ່ພະນາງເວົ້າກັນ ຫຼື ບາງບ່ອນທີ່ຢາກອ່ານເປັນພິເສດ ກໍເລີຍເພີດເພີນໄປກັບເຈົ້າຫຼວງຄືເກົ່າ😊
ໃຜທີ່ຍັງລັງເລ ຊື້ມາອ່ານເທາະພວກເພິ່ນ ມ່ວນບໍ່ມ່ວນກະເບິ່ງເອົາຫັ້ນແຫຼະ ອ່ານ 3 ຮອບລ່ະ. ຢ້ານເທື່ອທີ 4 ຊິຕາມມາອີກນິ. ໄວ້ມາເສບ ກ້ຽວ ກັບ ອົງຄະລັກເກ້ ໃໝ່ເດີ້😉
#withLuV
#Onnichan 5/10/25
~~••~~
#ການອ່ານຄັ້ງທີ II ຂອງ “ເຈົ້າຫຼວງເຖື່ອນ” ເຫຼັມ 2
🤴🏻🤴🏻🤴🏻🤴🏻🤴🏻
ເຫຼັ້ມນີ້ຕູຢາກຫົວແຮງໆໃຫ້ກັບເຈົ້າຫຼວງບ້າອຳນາດທີ່ແພ້ໃຈໂຕເອງ ທຳອິດແກ້ງກ້ຽວສາລະພັດ ປອມເປັນໂຈນປົ້ນເມຍ ແກ້ງເມົາເຫຼົາແລ້ວຂໍເງິນເມຍໄປໃຊ້ໜີ້ການພະນັນ ແຕ່ກ້ຽວກະບໍ່ອື້ບໍ່ຫື ເຮັດຫຍັງເມຍບໍ່ໄດ້🤣 ຕູຢາກຫົວແຮງໆເດ້ (ເອົ້າ! ກະຫົວທະແມະ)
ແຕ່ເຫຼັ້ມນີ້ລະມຸນບອກເລີ ນໍ້າຕານເອີ້ນອ້າຍຍຍ😳 ເຂີນໄປກັບການຈີບເມຍຂອງເຈົ້າຫຼວງ ລູກລໍ້ລູກຊົນ ຂົນມາໃຊ້ໂໝດດອ້າຍຕຳຢວດ😍 ນີ້ແຫຼະນໍ້ທີ່ເຂົາວ່າ ຄວາມນິ້ງຊະນະທຸກຢ່າງ ເຈົ້າຫຼວງບ້າອຳນາດນ້ນຈັບທາງບໍ່ໄດ້ເລີຍ🤣
ສັງເກດເບິ່ງໂລດ ຄັນເລື່ອງໃດອ່ານ2ເທື່ອ ແມ່ນເລື່ອງທີ່ມັກໂລດ ແຕ່ຈັ່ງໃດເຮົາກໍຍັງແນະນຳໃຫ້ readers ອ່ານຄືເກົ່າ😄 ໄປຊື້ມາອ່ານສາພວກເພິ່ນ ແລ້ວພວກເພິ່ນຊິປ້ອຍເຈົ້າຫຼວງຄືເຮົາ🤣
#ຄັ້ງທີ I
👑 👑 👑 👑 👑 4.85ມົງຄືເກົ່າ ສຳລັບເຫຼັ້ມ 2
ໂອ້ໂຫຫຫ ເຫຼັ້ມນິມາແບບລະມຸນເວີ້ຍ ແຕ່ຂ້ອນຂ້າງຊິເວິ່ນເວີ້ໜ້ອຍໜຶ່ງ
ມາໃນເຫຼັ້ມ 2 ທີ່ ເຈົ້າຫຼວງຂ້ອນຂ້າງແນ່ໃຈວ່າ ກ້ຽວ ເປັນອົງຫຍິງໃຫຍ່ປອມໂຕມາ. ຝ່າບາດກະເລີຍໄປສືບຫາຄວາມຈິງດ້ວຍຕົນເອງຢູ່ເມືອງນອ ລະຝາກບ້ານເມືອງໄວ້ກັບອ້າຍໃຫຍ່🤣 (ເພິ່ນວ່າໄປລາດຊະການລັບ😂) ດ້ວຍຄວາມທີ່ເຈົ້າຫຼວງ ສະຫຼາດແກມໂກງຢູ່ແລ້ວ ເລີຍໄດ້ພົບກັບແມ່ແທ້ໆຂອງກ້ຽວ ແມ່ເລີຍເລົ່າຄວາມຈິງໃຫ້ຟັງ ຈົນເຈົ້າຂອງກະຕົກໃຈ! ແບບ ເຊີ້ຍຍຍ ແບບນີ້ເລີຍຫວະ, ພໍ່ພາສາຫຍັງຄືມາເຮັດແບບນິກັບລູກ! ແຕ່ເປັນຍ້ອນເຈົ້າຫຼວງແຫຼະ ທີ່ກອບກູ້ເອົາສັກສີກ້ຽວມາໄດ້
ເຫຼັ້ມນິເຫັນວິວັດທະນາການຄວາມສຳພັນຂອງພະນາງ ຈາກທີ່ແຄ້ນເປັນເວລາ13ປີ ກາຍມາເປັນຮັກແບບບໍ່ຮູ້ໂຕ ໄດ້ເຫັນເຖິງຄວາມພະຍາຍາມທີ່ຈະເຮັດດີກັບກ້ຽວ ຄວາມໃຈແຂງຂອງກ້ຽວ ແລະ ສຸດທ້າຍການໃຫ້ໂອກາດແລະອະໄພກັນ. ຄິດວ່າທັງສອງຮຽນຮູ້ເຊິ່ງກັນແລະກັນໂດຍບໍ່ຮູ້ໂຕ♥️
ຖືວ່າທັງສອງເຫຼັ້ມນຂເຮັດວຽກບ້ານມາດີ, ໂທນເລື່ອງກະອອກຂົມໆປົນສົ້ມຫວານໜ້ອຍໜຶ່ງ😅 ແຕ່ຄັນໃຜສົນໃຈຢາກອ່ານແມ່ນ ຊື້ເລີຍ. ເຈົ້າຫຼວງຊິບໍ່ເຮັດໃຫ້ຜິດຫວັງ😗