ບັນທຶກຄັ້ງທີ II ຂອງການອ່ານ
ບໍ່ຄິດວ່າ ໃນຊ່ວງເວລາບໍ່ຮອດປີ ຈະກັບມາອ່ານຫົວນີ້ອີກຄັ້ງ, ສະແດງວ່າ “ມັນມ່ວນແທ້ໆ” ພວກເພິ່ນ
ກະຊິບໍ່ເວົ້າຫຼາຍຢາຍຫ່າງເນາະ ຄວາມຮູ້ສຶກທີ່ມີຕໍ່ຫົວນີ້ຍັງຄືເກົ່າ, ມັກໃນການດຳລົງຊີວິດງ່າຍໆຂອງຕົວລະຄອນ ແພຼ🍐ກະຍັງຄືເກົ່າ ກິນອາຫານເວັບ ປັ່ນແລບ ຂຶ້ນຄຼີນິກ ອ່ານໜັງສືຄືເກົ່າ, ໝໍປຣື້ມ ກະເປັນໝໍຜູ້ງຽບຂຶມ ທີ່ເປເມຍຄືເກົ່າ (ເປທຸກຢ່າງນອກຈາກ👜 👠👗-ແຕ່ອ້າຍຊື້ແຫວນໃຫ້ເມຍເດີ້😝) ມັກໃນຄວາມປະຫຍັດມັດທະຍັດຂອງອ້າຍ ການວາງແຜນຊີວິດ ເປັນຫົວໜ້າຄຄທີ່ດີ (ໂອ້ຍຍຍ ຄືບໍ່ມີແບບນີ້ໃນຊີວິດຈິງແດ່ຫວະ! ຕື່ນໆ🙄)
ນັກຂຽນກະຄືເກົ່າ ມັກຄືເກົ່າ, ຮູ້ວ່າງານຍາກ ເພາະບໍ່ແມ່ນແຕ່ຕົວລະຄອນທີ່ຕ້ອງດຳເນີນ ແຕ່ຍັງຄຳສັບສະເພາະຂອງທັງໝໍປົວຄົນ ແລະ ປົວ🦷 ໂທນເລື່ອງນີ້ພັນລະນາເຖິງຊີວິດບ້ານໆທົ່ວໄປ ທີ່ຄົນສອງຄົນຕ້ອງມາຢູ່ນຳກັນໃນພາວະຈຳເປັນ ແຕ່ທັງສອງກໍເຮັດໄດ້ດີ (ຮັກລູກ ໃຫ້ກຽດເຊິ່ງກັນແລະກັນ ການປັບໂຕເຂົ້າຫາກັນຈົນກາຍເປັນ♥️~ງຸ້ຍຍ ໜ້າຮາກກກ)
ກະຖືວ່າ ເລື່ອງນີ້ເປັນຂຸມພະລັງໜຶ່ງ ທີ່ຕອນໃດຊີວິດມືດໆກະຊິເປັນ positive energyໃຫ້ໄດ້🥰 ຂຈນຂທີ່ສ້າງສັນຜົນງານທີ່ດີອອກມາໃຫ້ໄດ້ອ່ານ! ຈະລະນຶກເຖິງລູກ🍐 ລູກ🍑 ໝໍປຣື້ມ ໄວ້ໃນ♥️ ຕະຫຼອດດ
ໂອ້ຍພວກເພິ່ນນນ! ຢາກຫວີດ ຢາກຮ້ອງດັງໆ ຢາກເລົ່າສູ່ຟັງ!
ເລື່ອງນີ້ນະ ເລື່ອງນີ້!!! ດູປາກນິຊານະຄະ “ມັນມ່ວນx100“
ບໍ່ໄດ້ຫວີດຮ້ອງນິຍາຍມາແຕ່ຕົ້ນປີລະ ຕັ້ງແຕ່ຫົວ “ເຈ້ຊະຍານິນ ບຸນເກີດໃໝ່“ ເປັນຄວາມຮູ້ສຶກທີ່ຄິດຮອດ
ຂໍບອກພື້ນເພກ່ອນ ສ່ວນຕົວມັກໝໍຢູ່ແລ້ວ, ຖ້ານິຍາຍເລື່ອງໃດກ່ຽວກັບການແພດ ຊິຫວີດເປັນພິເສດ ແລະ ອ້າຍປຣື້ມ ກະບໍ່ເຮັດໃຫ້ນ້ອງຜິດຫວັງ (ຫຼົງມັກຜົວແພ ແພຊິມາຕົບບໍ່ຫວະ🤣)
🚩ເນື້ອເລື່ອງກະ one nightແຫຼະ ພະນາງໄປເມົາຢູ່ຜັບ ຫຼັງຈາກນັ້ນໝູ່ອ້າຍປຣື້ມ ສະເໜີເດັກໃຫ້ ອ້າຍກະບໍ່ມາກຄວາມແຫຼະ(ເອົາກະເອົາ) ແຕ່ໝູ່ເສືອກບອກຫ້ອງຜິດ. ເຫດການກະເລີຍຕາມເລີຍ ໂດຍທີ່ອ້າຍປຣື້ມຕື່ນຂຶ້ນມາບໍ່ເຫັນຄູ່ກໍລະນີ ແຕ່ອ້າຍກະຊອກ ເພາະ.....ຮົ່ວ😆 ແຕ່ ແຕ່ ໂຊກຍັງເຂົ້າຂ້າງ ນ້ອງແພເຮັດບັດນັກສຶກສາເຮ່ຍ. ເກືອບ1ເດືອນຕໍ່ມາ ແພໄປເອົາບັດນັກສຶກສາແລະໄດ້ພໍ້ກັບອ້າຍປຣື້ມພໍດີ, ເຫດການຕັ່ງຕ່າງເລີ່ມເກີດຂຶ້ນ. ແພ ມີລູກ ແຕ່ໃນຂະນະດຽວກັນ ນາງຮຽນໄປນຳ, ເລື່ອງຊີວິດພໍ່ແມ່ແບບບໍ່ຮູ້ຕົວຕ້ອງມາຢູ່ນຳກັນ, ຊີວິດໝໍຂອງອ້າຍປຣື້ມ ຊີວິດນິສິດປີ5ທີ່ຕ້ອງເຊື່ອງທ້ອງໄປຮຽນຂອງແພ (ໂອ້ຍ ບອກເລີຕື່ນເຕັ້ນແທນ) ອ່ານແລ້ວຮູ້ສຶກມີຄວາມສຸກໄປນຳເລີຍຍ☺️
🚩ຫຍໍ້ໜ້ານີ້ຈະຂໍເວົ້າເຖິງ ໂຣໂບຄອບນ້ອງແພ🤖ຫຼື ນສ.ອະວັດສະດາ ຫຼື ແມ່ເຈົ້າກ້ອນ (ແພງໄອ້ຕ້າວກ້ອນນນນ♥️) ນັກສຶກສາທັນຕະ ປີ5 (ອີກ1ປີຈະຮຽນຈົບ) ອາຍຸ25ປີ ມີຄວາມໃຝ່ຝັນຢາກຮຽນໃຫ້ຈົບ ຍ້ອນດ໊ອບມາ 2ເທີມ(ຄັນຈື່ຖືກໃດ😅) ເປັນຜູ້ຍິງທີ່ໃຈສູ້ ເອົາໃຈໃສ່ການຮຽນ ຊີວິດຢູ່ແຕ່ນຳຫ້ອງຄຼີນິກ ຕຶກທັນຕະ(ເອົ້າ!ກະຮຽນທັນຕະບໍ່ຫວະ). ຊີວິດໄດ້ປ່ຽນຈາກໜ້າມືເປັນຫຼັງມື ຍ້ອນຄືນນະຣົກນັ້ນ (ໂອ້ຍ!ຄັນໄດ້ໝໍປຣື້ມກູກະຍອມ🤣) ຈາກທີ່ຊີວິດມະຫາໄລ ປັ່ນວິໄຈສົ່ງຈານ ນອນເດິກ ມ່າມ້າແມ່ນອາຫານຫຼັກ ກະກາຍມາເປັນແມ່ບໍ່ພ້ອມ. ແຕ່ນາງສູ້ຫຼາຍ ປິດຄວາມລັບອຸ້ມທ້ອງໄປຮຽນຈົບຄອດນ້ອງພິຊ🍑ອອກມາ(ຈຸດນີ້ຮາ ຍ້ອນອ້າຍປຣື້ມເພິ່ນໄປທັກທາຍລູກກ່ອນ-ໂອ້ຍຍເປັນອ້າຍນິສະໝອງຊິແຕກຕາຍ!) ຖ້ານາງຢູ່ນຳໝໍປຣື້ມ 2ຄົນ ນາງຂີ້ອ້ອນທັນທີ ແພງແມ່ໄອ້ຕ້າວອ້ວນນ
ເຮົາຈະມາເລົ່າມູມຕັ່ງຕ່າງຂອງ ໝໍປຣື້ມ (ງຸ້ຍຍ ມູມໃດກະຮັກກະຫຼົງ😍) ຫຼົບ👣ແມ່ເຈົ້າກ້ອນແປບ👅
🚩ບຸກຄົນຜູ້ນີ້ຄັນບໍ່ໄດ້ເວົ້າເຖິງນິ ເປັນໄປບໍ່ໄດ້! ນັ້ນກະຄື ໝໍປຣະວິດ ຫຼື ໝໍປຣື້ມ ເປັນຈານໝໍ ແລະ ໝໍວິໃຈໄປນຳ ອາຍຸ37ປີ (ໂດຍ!ແມ່ນແລ້ວ ອ້າຍເພິ່ນກິນເດັກ😅) ສະຖານະ: ໂສດ (ແມ່ນກ່ອນທີ່ບໍ່ເຈິະນ້ອງແພໃດ😜)
✔️ເດັກເນີດປະຈຳຫ້ອງ ແລະ ອາຈານຄະນະແພດ
ເດັກເນີ້ດ🐛📖ແຫຼະ ຮຽນເກັ່ງຈົນໝູ່ໃນລຸ້ນຂະໜານນາມ “ເດັກເນີ້ດຕົ້ນສະບັບໂພຍຂອງລຸ້ນ“🤣ໂອ້ຍ! ຮອງສາສະດາຈານຜູ້ໜ້າເກງຂາມຂອງນ້ອງໆ ອ້າຍຜູ້ມີຫ້ອງແລັບທີ່ວິໄຈກ່ຽວກັບພະຍາດວິທະຍາ ຈົນໄດ້ສາຍາ “ເຈົ້າພໍ່ແລັບ“ (ອ້າຍມີສາຍາຫຼາຍບອກເລີ👌🏻) ອາຈານໝໍສຸດໂຫດ ທີ່ແມ້ແຕ່ອະທິບາຍບົດຮຽນຊື່ໆ ນັກຮຽນຍັງຢ້ານ~ດາເມສໝໍຮຸນແຮງຫຼາຍ ແຕ່ວິທີນີ້ໃຊ້ກັບແມ່ເຈົ້າກ້ອນບໍ່ໄດ້ (ມັນຮາຢູ່ບ່ອນນີ້🤣🤣)
✔️ພໍ່ເຈົ້າກ້ອນນ ງຸ້ຍຍມັກພາດນີ້ຂອງອ້າຍ😍
ໝໍຜູ້ຍາກຈົນ(ອ້າຍເພິ່ນເວົ້າເອງ😆) ທີ່ບັງເອີນມີຄຄແບບບໍ່ຮູ້ໂຕ ອ້າຍອົບອຸ່ນແຫຼະ ປາກຮ້າຍນິດໆ ເຢັນຊາໜ້ອຍໆ. ສາມີຜູ້ທີ່ມີເມຍເປັນນິສິດປີ5 ໃຫ້ເງິນເດືອນແມ່ເຈົ້າກ້ອນເດືອນລະ 15,000🤣(ໜ້າຍາກກ) ອ້າຍມຸ້ງມິ້ງແຫຼະເວລາຢູ່ກັບເຈົ້າກ້ອນ ເປີດກາຕູນNK cell ແລະ Cytotoxic T cell ໃຫ້ເຈົ້າກ້ອນເບິ່ງຕອນອາຍຸ ປີ8ເດືອນ🙄(ເອີ່ມ ໝໍ!)
ເລື່ອງນິນະພາສາແພດມາເຕັມເລີຍອ່ະ ນຂເຮັດວຽກບ້ານມາດີ! Plotເລື່ອງຕອນຕົ້ນກະຄ້າຍຄືກັບເລື່ອງອື່ນຢູ່ ແຕ່ບ່ອນພິເສດ ແຕກຕ່າງ ດຶງດູດໃຈແມ່ນ ການດຳລົງຊີວິດຂອງຄູ່ສາມີພັນຍາທີ່ອາຊີບຮັດໂຕ(ບອກເລີີ ນຂສະຫຼາດທີ່ຈະຈີ້ຈຸດໃດ) ມັກຕົວລະຄອນຫຼັກທັງສອງອ່ະ ມັນລົງຕົວ ຈັບຕ້ອງໄດ້ໃນສັງຄົມປະຈຸບັນແລະໂທນເລື່ອງບໍ່ໂດດຫຼາຍ. ເອີ້ຈຸດໜຶ່ງທີ່ນຂຢາກສື່ກະຄື “ເລື່ອງປ້ອງກັນ“ ໂດຍຜ່ານຕົວລະຄອນໝໍປຣື້ມ ຖືວ່າດີແຫຼະ ເພື່ອເຕືອນສະຕິທຸກຄົນ 👍🏻 ແລະ ກໍໄດ້ຮູ້ວ່າ MedDentຫຍໍ້ມາຈາກຫຍັງ(ຄຫສຕ)ໃດ໋. ຂຈນຂທີ່ປຸກ🔥ທີ່ເກືອບມອດ ໃຫ້ມາຢູ່ໃນທີ່ໃນທາງອີກ😝
ຕ້ອງຂໍລາໄປນອນກ່ອນລະ ເພາະອ່ານເພີນຈົນຮອດເຊົ້າ(ໄດ້ຍິນຂ່າວເຮັດວຽກທຸກມື້?) ບໍ່ໄດ້ຫຼັບໄດ້ນອນກັນເລີຍ .. ຂໍລາໄປຮັກສາແພນດ້າໃຕ້ຕາກ່ອນ🤣