Onnichan244 reviews7 followersFollowFollowDecember 20, 2020ໂອໂຫຫ ມາຮອດເລື່ອງນິ ເຮົາໃຫ້ 4ດາວ ໄປເຍີຍຍຍຍ🥰ຊິເລົ່າສູ່ຟັງກ່ອນເລື່ອງຂອງເລື່ອງ🤣 ຕອນນັ້ນ ນຂ ເພິ່ນເປີດໃຫ້ອ່ານຟີ ອ່ານໄປໄດ້ເຄິ່ງໜຶ່ງ! ມື້ນັ້ນລະໝົດເຂດໃຫ້ອ່ານຟີແລ້ວ ແຕ່ເສືອກຢາກອັບເດດການອ່ານຢູ່ goodreads ເລີຍອອກຈາກໜ້າໜັງສື.. ປະກົດວ່າ ຕ້ອງໄດ້ຊື້ເລີຍຈ້າາາ🤣ເລື່ອງນິໜ້າສົນໃຈແຫຼະ ຈຶ່ງຕັດສິນໃຈຊື້ຫັ້ນ, ນອ_ຊາລີ ເປັນແມ່ຊີຝຶກຫັດ ໄດ້ມີໂອກາດໄປທ່ຽວItaly ເລີຍບັງເອີນໄປເຈິະ ໄຄໂຣ_ພອ. ແຕ່ຍ້ອນເລື່ອງລາວໃນອະດີດຊາດຂອງທັງສອງ ທີ່ໄຄໂຣ~ໄກອ້າສ(ໃນຊາດແລ້ວ) ເຂົ້າໃຈຜິດ ວ່າຊາລີ~ເອມິເລຍ(ຊາດແລ້ວ)ຫັກຫຼັງຈົນຕາຍ ເລີຍແຄ້ນຊາລີ ໂດຍກ່າວຄຳສາບານຊິຈອງເວນນາງທຸກຊາດ ເຊິ່ງຊາລີບໍ່ຮູ້ເລື່ອງເລີຍ (ໜ້າສົງສານ🥺) ແຕ່ທັງ ໄຄໂຣ ຫຼື ໄກອ້າສ ກະຮັກ ຊາລີ ບໍ່ຕ່າງກັນ♥️ ເລື່ອງນີ້ກະມີໂຕແປຢູ່ ຄັນບໍ່ໄດ້ນ້ອງໄກອ້າສ(ທີ່ມາເກີດໃໝ່) ມາສົ່ງສານໃຫ້ຮູ້ ພອກະຄົງຊິຍັງແຄ້ນນອຢູ່. ແຕ່ກະມີຈຸດທີ່ ລຳໃຍຊາລີໜ້ອຍໜຶ່ງຕອນສຸດທ້າຍ ທີ່ບໍ່ຮັບຮັກໄຄໂຣຈັກເທື່ອ ປ່ອຍໃຫ້ໄຄໂຣບໍ່ເປັນຜູ້ເປັນຄົນຕັ້ງດົນ🥺ເລື່ອງນິນຂເລົ່າເລື່ອງກຶ່ງໆນະວະນິຍາຍອ່ະ ພາສາທີ່ໃຊ້ອ່ານງ່າຍ ລື່ນໄຫຼເນື້ອເລື່ອງໜ້າສົນໃຈດີ ເລົ່າເລື່ອງປະຈຸບັນ ສະຫຼັບອາດີດ ຕົວລະຄອນມີມິຕິທຸກຕົວ ມີເລື່ອງເລົ່າ ທີ່ມາທີ່ໄປ👍🏻 ກະຖືວ່າເປັນເລື່ອງທີ່ມ່ວນເລີຍແຫຼະ ທີ່ຈິງກະມີເລື່ອງຕໍ່ຈາກເຫຼັ້ມນີ້ແຫຼະທີ່ເບິ່ງມາ ແຕ່ຄັນເຄຍກອງດອງມະຫາສານແລ້ວ ລະຈະນຳອ່ານທຸກເຫຼັ້ມເດີ້😅