Jump to ratings and reviews
Rate this book

โซ่รักลิขิตหัวใจ

Rate this book
‘ภาคิน แอนโทนีโอ ศัลแพทย์หนุ่มที่มีดีกรีความเจ้าชู้ระดับท็อปเหนือชายอื่นใด มีนิสัยรวยและไม่เคยรู้จักคำว่าความรัก’ นี่คือคำจำกัดความที่ใครหลายๆ คนยกให้เป็นคุณสมบัติประจำตัวเขา และทำให้ ‘ภาคิน’ หลงคิดไปว่าเขานั้นเป็นคนเจ้าชู้แบบที่คนอื่นพูดกัน จนกระทั่งเขาได้ลองคบหากับ ‘ประกายเพชร’ น้องสาวคนสนิทที่รู้จักกันมานาน ความสัมพันธ์นี้เองที่ทำให้เขาได้รู้จัก ‘ความรัก’ อย่างแท้จริง และดูเหมือนว่าคนมีชนักติดหลังและกรรมเก่าเยอะอย่างเขา คงจะมีความสุขได้ยาก เมื่อเจ้ากรรมนายเวรที่มาในรูปแบบ ‘ผู้หญิง’ ด้วยแล้ว ยิ่งสุขยากขึ้นไปอีก...

477 pages, ebook

Published December 13, 2017

About the author

ไปรมาร์

19 books1 follower

Ratings & Reviews

What do you think?
Rate this book

Friends & Following

Create a free account to discover what your friends think of this book!

Community Reviews

5 stars
0 (0%)
4 stars
2 (100%)
3 stars
0 (0%)
2 stars
0 (0%)
1 star
0 (0%)
Displaying 1 of 1 review
Profile Image for Onnichan.
244 reviews7 followers
July 20, 2020
ໂອ້ຍຍເນາະເລື່ອງນິນະ ໃຫ້ 4.5 ດາວ

ກ່ອນອື່ນໝົດຢາກໂດດຖີບ2ຂາ ຕາມດ້ວຍຕຸກກະຕາທອງຄຳ ແລະ ສາຍສະພາຍໃຫ້ກັບພະເອກເລື່ອງນີ້ເດະ ເພາະສະແດງລະຄອນເກັ່ງເວີ້ ໂອ້ໂຫ! ກູລະງຶດ

ເປັນເລື່ອງທຳອິດທີ່ອ່ານແລ້ວຫົວຮ້ອນທີ່ສຸດ😡 ຍ້ອນຄວາມເຈົ້າຊູ້ລ້ຽງ🐶ໃນປາກຂອງ ໝໍຣຽວ ແລະ ຄວາມຮັກໝັ້ນຄົງຈົນຫູໜວກຕາບອດຂອງ ປະກາຍເພັດ🙄

ເລື່ອງກະຢາກສັບສົນປົນເປໜ້ອຍໜຶ່ງ ເລີ່ມດ້ວຍນອ~ປະກາຍເພັດ_ເພັດເປັນແຟນກັບໝໍຍູ(ອ້າຍພອ)ມາ3ປີ ເຫດຜົນແມ່ນຄົບຍ້ອນຢາກຮູ້ຄວາມເຄື່ອນໄຫວຂອງພອ(ເອີ້ ຈຸດນີ້ເພັດກະເຮັດບໍ່ຖືກແທ້) ໃນຂະນະດຽວກັນກະລົມກັບ ພອ_ໝໍຣຽວ ໄປນຳ (ເພັດແອບມັກມາແຕ່ນ້ອຍ). ສຸດທ້າຍ ເພັດ ກະເລີກກັບ ໝໍຍູ ແລ້ວໄປຄົບກັບ ໝໍຣຽວ. ການຄົບກັນຂອງ2ຄົນ ມີຈຸດປະສົງບໍ່ຄືກັນ! ຄົນໜຶ່ງຮັກໝົດໃຈຍອມໃຫ້ທຸກຢ່າງ, ອີກຄົນລໍ້ລົມເພື່ອຫວັງຟັນ(ໃນຊ່ວງທຳອິດດ໋ອກ). ຕໍ່ມາໝໍຣຽວກະເກີດຮູ້ສຶກມັກເພັດຂຶ້ນມາແທ້ເລີຍຂໍແຕ່ງງານ💍ແລະຄວາມຮັກຕອນນັ້ນກະປານນໍ້າຕົ້ມຜັກຍັງຫວານຫັ້ນລະໄປ໋😒 ແຕ່ແຕ່ບັງເອີນໝໍຣຽວໄດ້ອ່ານໄດ່ຣີ້ເພັດ ແລ້ວຮູ້ວ່າ ໝໍຍູກັບເພັດຄົບກັນ ເລີຍເກີດຈຸດປ່ຽນ, ໝໍຣຽວບໍ່ສົນເພັດ ບໍ່ແຄຄວາມຮູ້ສຶກ ທຳຮ້າຍຈິດໃຈສາລະພັດ ແຕ່ເພັດກະຍອມ😑 ມາຮອດນີ້ຕ້ອງໄປລອງອ່ານເອງເບິ່ງເດີ້ ເລົ່າໝົດດຽວບໍ່ມ່ວນ😉

ຫຍໍ້ໜ້ານີ້ຂໍພັນລະນາເຖິງໝໍຣຽວ ແລະ ເພັດ ແບບເນື້ອໆເນັ້ນໆ(ບໍ່ມີນຳ້ປະສົມ🤣) 🧑🏻‍⚕️ໝໍຣຽວ ຫຼໍ່ລວຍ ໂປຟາຍດີ ດີກຣີຈົບນອກ ເຈົ້າຊູ້ຕົວພໍ່ ເອົາແບບທຸກຄົນທີ່ເຂົ້າຫາ ແຕ່ເປັນຄົນມີປົມ, ເວົ້າບໍ່ດີໃສ່ເພັດສາລະພັດ, ອາລົມຮ້າຍທຳຮ້າຍຮ່າງກາຍເພັດ, ດ່າເພັດວ່າໂງ່, ໄລ່ເພັດອອກຈາກຊີວິດ ແຕ່ເພັດໃຫ້ອະໄພທຸກຄັ້ງເວີ້ຍ! 👸🏻ເພັດ ເປັນດາລານາງແບບ ນິໄສແສນດີ ບໍ່ຄິດຮ້າຍໃຫ້ໃຜ ຮັກແລະເທີດທູນພອປານເທບພະເຈົ້າກຣີກ🧝🏻(ຍອມຮັບວ່າເພັດດີ ແຕ່ທີ່ບໍ່ດີແມ່ນຮັກພອຫຼາຍເກີນໄປ)

ນີ້ຂໍເລົ່າເລີຍວ່າ ພອ ເລື່ອງນີ້ເຮີ້ຍຍຍຍຍມວກກ‼️ທີ່ສຸດເທົ່າທີ່ອ່ານມາ ໃຈລາວເຮັດດ້ວຍຫຍັງ ຈຶ່ງເຮັດກັບຜູ້ຍິງໂຕນ້ອຍໆໄດ້ປານນີ້ ຂຶ້ນມຶງຂຶ້ນກູກັບນອອ່ະ(ກູກະເລີຍຂຶ້ນມຶງຂຶ້ນກູກັບໝໍຣຽວຊະ😅) ແຕ່ກະເຂົ້າໃຈແຫຼະວ່າພອມີປົມ(ແຕ່ກະບໍ່ໃຫ້ເປັນປານນິບໍ່ຫວະ! ເຮີ້ຍໃຈເຢັນ😇) ນອກະແບບຮັກແບບບໍ່ມືນຫູມືນຕາ(ເພັດລູກສະຕິ!)

ນຂກະຂຽນໄດ້ມ່ວນ(ກະຄິດເບິ່ງ ກູອິນນຳພອເອົາແທ້ເອົາວ່າ😂) ເສັ້ນເລື່ອງກະບໍ່ກະຈອກ ແລະ ສະຫຼາດທີ່ຈະຫຼິ້ນຈຸດໃດຂອງເລື່ອງ. ອີກຢ່າງຂອບໃຈນຂທີ່ເປີດໃຫ້ອ່ານຟີນ່າາາ.

ອ່ານເລື່ອງນີ້ຈົບແລ້ວ ໄດ້ຂໍ້ຄິດທີ່ວ່າ ຄວາມຮັກເປັນສິ່ງສວຍງາມ ແຕ່ຄວນຈະມີສະຕິທີ່ຈະຮັກແລະຮັກໃຫ້ເປັນ. ຄວາມຮັກແມ່ນການທີ່ຄົນ2ຄົນພ້ອມທີ່ຈະແຊຄວາມທຸກສຸກນຳກັນ ບໍ່ແມ່ນຈະເກັບໄວ້ຄົນດຽວ(ພຸ້ນໃດ໋life coachຕ້ອງມາລະຄັນແບບນິ😆) ແຕ່ກະມ່ວນແຫຼະ ສຸດທ້າຍໝໍຣຽວກໍກັບໂຕກັບໃຈ.

ຖືວ່າເລື່ອງນີ້ພິມຍາວພໍສົມຄວນ ຕ້ອງໄດ້ລາລົງລະ .. ບາບາຍຍ🥰


Displaying 1 of 1 review

Can't find what you're looking for?

Get help and learn more about the design.