Onnichan244 reviews7 followersFollowFollowJuly 25, 20203.5 ດາວເລື່ອງນີ້ເປັນເລື່ອງຕໍ່ຈາກ ເລື່ອງໝໍຣຽວ+ເພັດ ແລະ ໂທນເລື່ອງອອກສີຮຸ້ງ🌈ເວີ້ຍ ເຊິ່ງແຕກຕ່າງຈາກເລື່ອງນັ້ນໄປເລີຍ(ດີແລ້ວ😅)ຊິເວົ້າຫຍໍ້ໆລະກັນ ພັດຫຼືພັດທະຣາພອນ ມີໝູ່ສະໜິດຊື່ໂຣສ ແລ້ວໂຣສມີນ້ອງຊາຍຊື່ ອອສຕິນ .. ອ່ານບໍ່ຜິດດອກ ນອເລື່ອງນິກິນເດັກ ແລະເປັນອຳມະຕະພ້ອມ🤣 ທີ່ຈິງອອສຕິນແອບມັກພັດແຕ່ດົນແລ້ວ ແຕ່ດ້ວຍຄຸນວຸດທິແລະໂຕເອງຍັງນ້ອຍຢູ່ ເລີຍປ່ອຍໄປກ່ອນ. ຈົນທັງສອງມາເຈິະກັນ ອອສຕິນເດີນໜ້າຈີບເຈ້ເລີຍ ເຈ້ທີ່ຈິງກະມັກອອສຕິນແຫຼະ ແຕ່ເກັງໃຈໝູ່. ແຕ່ຄວາມສຳພັນທັງສອງກະຫຍຸດສະຫງັກຍ້ອນໝູ່ພັດ (ໂຣສຫັ້ນແຫຼະ_ຕອນນັ້ນກູກະລຳໃຍໂຣສໜ້ອຍໜຶ່ງ🙄) ເຂົາເຈົ້າຮັກກັນລັບຫຼັງກະເປັນຕາເສຍໃຈຢູ່ ແຕ່ກະເນາະຄົນຮັກກັນມັນດີແລ້ວ. ແຕ່ເລື່ອງກະຈົບໄປດ້ວຍດີ. ມັກແຕ່ຄວາມຕະຫຼົກ ສາຍparty ສາຍບໍລິຫານສະເໜ່ຂອງພັດແຫຼະ ລະພັດກະຫວງບາດນັ້ນ. ຫາເຫົາໃສ່ຫົວພັດເອີ້ຍຍ🤣ເລື່ອງນິອ່ານສະບາຍກວ່າເລື່ອງໝໍຣຽວຄອນເຟີມ ແຕ່ທີ່ໃຫ້ 3.5ດາວ ຍ້ອນວ່າເສັ້ນເລື່ອງບໍ່ແໜ້ນ ບາງຈຸດບໍ່ເລົ່າເຖິງ ກະເລີຍຮູ້ສຶກເສີຍໆ (ຄຫສຕ) .. ແຕ່ໃຜຢາກພັກໝອງ🧠 ຫຼື ເບື່ອໆບໍ່ຮູ້ຈະອ່ານເລື່ອງໃດ ເນາະນຳເລື່ອງນິຈ໋ະ😇