ຮູ້ສຶກມັກຊື່ໜັງສືຕັ້ງແຕ່ເຫັນທຳອິດ.
'ฉันจะเป็นดอกไม้ของเธอเสมอ'
ບໍ່ຮູ້ວ່າຄົນອື່ນທີ່ຈັບປຶ້ມເຫຼັ້ມນີ້ເຊັ່ນດຽວກັບເຮົາຮູ້ສຶກແນວໃດຕອນທີ່ຢິບມັນຂຶ້ນມາ, ແຕ່ສຳຫຼັບເຮົາ, ໂຕໜັງສືທີ່ຢູ່ເທິງປົກເຮັດໃຫ້ເຮົາຮູ້ສືກປະທັບໃຈ. ຕໍ່ໃຫ້ໂລກຈະປ່ຽນແປງ, ຫຼືໃຜບາງຄົນຈະປ່ຽນໄປ, ກໍຍັງຄົງເລືອກທີ່ຈະເປັນດອກໄມ້ໃຫ້ກັບຄົນໆດຽວສະເໝີ. ເຮົາຮູ້ສຶກວ່າມັນມີຄວາມໜັກແໜ້ນໃນຄຳເວົ້ານັ້ນ. ຮູ້ສືກວ່າມັນເປັນທາງເລືອກທີ່ເຮົາເຕັມໃຈຍື່ນມືໄປຈັບຂຶ້ນມາ.
ອາດຍ້ອນແນວນັ້ນ, ເຮົາເລີຍຂ້ອນຂ້າງຜິດຫວັງກັບເນື້ອຫາທີ່ຢູ່ຂ້າງໃນ.
ບໍ່ແມ່ນວ່າມັນບໍ່ດີ, ບໍ່ແມ່ນວ່າມັນບໍ່ອິນ, ຫຼືຍ້ອນລາວຂຽນບໍ່ມ່ວນ.
ແຕ່ມັນເປັນເພາະເຮົາໄດ້ຕັ້ງຄວາມຫວັງໄວ້ວ່າຈະໄດ້ເຫັນຄວາມຮຽງກ່ຽວກັບຄົນໆໜຶ່ງທີ່ຍອມເລືອກເສັ້ນທາງທີ່ເຈັບປວດເພື່ອຮັກສາຄວາມຮູ້ສຶກດີໆທີ່ເຄີຍມີໄວ້. ຕັ້ງຄວາມຫວັງວ່າຈະໄດ້ເຫັນຄົນໆໜຶ່ງທີ່ເຂັ້ມແຂງພໍຈະໂອບກອດຄວາມເຈັບປວດທີ່ມີແລ້ວເດີນໄປຂ້າງໜ້າ...
ເຊິ່ງນັ້ນບໍ່ແມ່ນແນວທາງຂອງປຶ້ມເຫຼັ້ມນີ້.
'ฉันจะเป็นดอกไม้ของเธอเสมอ' ເວົ້າເຖິງການຈາກລາ, ຄວາມເຈັບປວດ, ໄລຍະຫ່າງ, ແລະຄວາມສຳພັນທີ່ບໍ່ມີວັນກັບມາເປັນຄືເກົ່າ...ເຊິ່ງໂຕເອກມີແຕ່ຖ້າ, ຖ້າ, ແລະຖ້າ. ປ່ອຍໃຫ້ເວລາໄຫຼຜ່ານໄປໂດຍບໍ່ເຮັດຫຍັງ. ປ່ອຍໃຫ້ຄວາມເສົ້າກັດກິນໃຈແລ້ວຕັດເພີ້ເຖິງການທີ່ຕົນບໍ່ສາມາດເລືອກເດີນອອກໄປໄດ້.
ນີ້ອາດເປັນສິ່ງທີ່ເຮັດໃຫ້ເຮົາຮູ້ສືກຜິດຫວັງ.
ເຮົາບໍ່ຮັບຮູ້ໄດ້ເຖິງຄວາມຢຽວຢາໃຈຈາກໜັງສືເຫຼັ້ມນີ້ໄດ້ເລີຍ.