#Bestfriendbutmore ☄️☄️☄️☄️☄️
ເອົາໃຫ້ເປັນ⭐️ບໍ່ໄດ້ ເລື່ອງນີ້ ຕ້ອງໃຫ້ເປັນ☄️ ເພາະຮ້ອນແຮງຫຼາຍ ແຊງທາງໂຄ້ງຂອງທຸກຫົວທີ່ອ່ານໃນປີ 2024ເລີຍ (ທີ່ມີຢູ່3ຫົວ🤣)
ບໍ່ໄດ້ຮູ້ສຶກຢາກອ່ານປຶ້ມແບບອ່ານລວດດຽວຈົບມາດົນແລ້ວ ເປັນເຫຼັ້ມທຳອິດຂອງຕົ້ນປີ2024 ທີ່ອ່ານລວດດຽວ 12ຊົ່ວໂມງຈົບ ແລະແມ່ນແລ້ວປະຈຸບັນຍັງໄມ່ໄດ້ນອນ😴😵💫 ຈິດໃຈຮ່ອມໆ ຢາກມາຂຽນລີວິວສູ່ຟັງ ເພາະມັນອັດອັ້ນຕັນໃຈອ້າຍຕຳຫຼວດດ🥹
ແລກເລີ້ມເດີມທີ ກ່ອນຊິຊື້ປຶ້ມຫົວນີ້ ໄດ້ມີການອ່ານ synopsis ຫຼັງປຶ້ມແລ້ວວ່າ ເລື່ອງລາວມັນຊິປະມານວ່າ ມີຜູ້ຍິງຄົນ1ທີ່ສິ້ນຫວັງຈາກຄວາມຮັກ ລະກະມີພະເອກທີ່ອາຍຸນ້ອຍກວ່າມານຳຈີບ —> ຈັ່ງຕັດສິນໃຈຊື້ໃດ໋ ເພາະສ່ວນຕົວເຮົາບໍ່ຄ່ອຍອ່ານງານຂຽນແນວນີ້ 💢❌📛🙅🏻♀️ ແຕ່ ແຕ່ ແຕ່‼️ ຄຸນຫຼອກດາວ ດາວໂຕບາກກໃຫຍ່🥹 ຍ້ອນເລື່ອງເປັນແນວໄວລຸ້ນ ພະເອກເປັນໝໍອີກ (ແຟນໃນອຸດົມຄະຕິຂອງເຮົາເຍີຍ ຄິຄິ🤭)
ກັບມາທີ່ເນື້ອເລື່ອງ ເລື່ອງລາວຮັກໃນໄວຮຽນ ມ5 ພຸ້ນແຫຼວ😅 ຂອງ ທາມ ກັບ ບຸ້ງກີ໋ (ແໝມ! ເພງຕິວອຸດາໄລຕ້ອງເຂົ້າແລ້ວ) ທີ່ ທາມແອບນຽນໄປກ່າຍວຽກບ້ານກີ໋ ທັ້ງໆທີ່ໂຕເອງຮຽນບັກເກັ່ງໆ [ກະຫາໂອກາດໃກ້ຊິດອະເນິະທາມ🤪] ແຕ່ພໍເວລາຜ່ານໄປ ທາມ ກະຄິດບໍ່ຊື່ກັບກີ໋ແຫຼະ ກະສາລະພາບກັບສາວວ່າຈີບຢູ່ ລະສາວວ່າຈັ່ງໃດຮູ້ບໍ່ ບໍ່ໃຫ້ຈີບ ໄປຈີບຄົນໃໝ່😦 ຫຼັງຈາກຈີບຄັ້ງທີ1ບໍ່ສຳເລັດ ທາມກະບໍ່ລົດລ່ະໃດ໋ ຈີບຕໍ່ໄປອີກ ທາມຕິວຟີຊິກ ເລກ ເຄມີໃຫ້ ເເລກກັບທີ່ກີ໋ເຮັດວຽກບ້ານແຕ້ມຮູບໃຫ້. ການຈີບເທື່ອທີ2ຂອງທາມ ກະຈົບລົງຕອນທີ່ກີ໋ບອກຢ່າຈີບລາວເທາະ (ແພງທາມ ຖືກປະຕິເສດ2ຮອບ) ~> ກີ໋ ເທີຫຼິ້ນໂຕແທ້ ແໝມ!
ຫຼັງຈາກທີ່ກີ໋ປະຕິເສດທາມໄປ ນາງກະຄິດໄດ້ວ່າ ກະມັກທາມແຫຼະ ແຕ່ມັນກະສາຍໄປແລ້ວໄງ ທາມມີແຟນໃໝ່ໄປແລ້ວ ຊີວິດມໍປາຍ ກະເລີຍດຳເນີນໄປໂດຍທີ່ ທັງສອງບໍ່ລົມກັນ ເຮັດຄືຄົນແປກໜ໊າເລີຍ. ລະທຸກຄົນກະແຍກຍ້າຍໄປເຕີບໂຕ ໂດຍທີ່ທາມໄປຮຽນໝໍ ກີ໋ໄປຮຽນບັນຊີ
5ປີຕໍ່ມາ ໂຊກຊະຕາກະພັດທັງສອງມາເຈິະກັນຢູ່barແຫ່ງ1 ໂດຍທີ່ກີ໋ຕອນນັ້ນຫາກໍເລີກກັບແຟນ. ດ້ວຍຄວາມທີ່ເມົາ ກະມີຄວາມຄິດນ້ອຍໃຈຊີວິດແດ່ ຈັ່ງເວົ້າກັບທາມເລື່ອງ friend with benefits relationship. ທາມກະອຶ້ງໄປໜ້ອຍ1 ເພາະກີ໋ທີ່ທາມຮູ້ຈັກບໍ່ເປັນແບບນີ້ ແຕ່ທາມກະບໍ່ຫັກຫານນໍ້າໃຈໃດ🥰 ພາໄປນອນຫ້ອງແບບກີ໋ບໍ່ບຸບສະຫຼາຍ
ລະຄວາມສຳພັນແບບ fwb ກະເລີ່ມຂຶ້ນ ໂດຍທີ່ທາມຫຼອກລໍ້ກີ໋ມາຢູ່ນຳ ໃຊ້ຊີວິດປານຄູ່ຮັກເລີຍ. ແຕ່ລະມື້ກີ໋ມີເວລາກະລຸກມາເຮັດເຂົ້າເຊົ້າໃຫ້ ຊັກເຄື່ອງໃຫ້ ເປັນແມ່ບ້ານ ແຕ່ກີ໋ບໍ່ເຄີຍຄິດວ່າເປັນພາລະເລີຍ ທາມກະຄ່ອຍໆຕະລຼ້ອມກີ໋ໃຫ້ຢູ່ໃກ້ໆໂຕ ໃຊ້ລູກລໍ້ລູກຊົນສາລະພັດ😂 ເຂົາເຈົ້າຢູ່ນຳກັນຈົນໝໍທາມໄປໃຊ້ທຶນໝົດ ລະກະມາແຕ່ງງານກັນ
ທີ່ຈິງແກນຂອງເລື່ອງແມ່ນ ປົມຂອງບຸ້ງກີ໋ເລີຍໃດ໋ ທີ່ຄຄບໍ່ສົມບູນແບບ ຖືກແມ່ປ້ອຍແມ່ດ່າແຕ່ນ້ອຍ ໂທດວ່າເປັນຍ້ອນກີ໋ ພໍ່ເລີຍໄປມີບ້ານນ້ອຍ ເຮັດໃຫ້ກີ໋ຄິດວ່າ ໂຕເອງເປັນໂຕຊວຍໃຫ້ຄົນອ້ອມຂ້າງ ເລີຍເຮັດໃຫ້ຕົວລະຄອນກີ໋ບໍ່ຄ່ອຍມີໝູ່. ກົງກັນຂ້າມກັບທາມ ທີ່ມີທຸກຢ່າງ ຄຄອົບອຸ່ນ ແມ່ເປັນໝໍຈິດຕະ ພໍ່ກະສຽນແຕ່ງກິນໃຫ້ຄຄ ເອື້ອຍທີ່ດີ ເລີຍເຮັດໃຫ້ທາມໃຫຍ່ຂຶ້ນມາແບບບໍ່ຂາດຫຍັງ
👩🏻💼ຕົວລະຄອນບຸ້ງກີ໋ ເຮົາວ່າລາວເກັ່ງໃດ໋ ເຖິງລາວຊິເກີດມາໃນ🌏ທີ່ບິດບ້ຽວແຕ່ລາວຍັງພະຍາຍາມບືນໂຕເອງ ໃຫ້ຫຼຸດພົ້ນຈາກວັງວົນນັ້ນ. ກູ້ເງິນມາຮຽນໜັງສື ສົ່ງໂຕເອງຮຽນຈົນຈົບ. ຊີວິດຢູ່ທ່າມກາງຄຳປ້ອຍດ່າຂອງແມ່ ກິນໝີ່ປະທັງຊີວິດ ເລີຍເຮັດໃຫ້ກີ໋ຢ້ານທີ່ຈະສ້າງຄຄ ແລະບໍ່ລັງເລທີ່ຈະເລືອກເລີກກັບແຟນເກົ່າຍ້ອນເຫດຜົນຢາກໃຫ້ກີ໋ຢູ່ບ້ານລ້ຽງລູກ. ກີ໋ເລີຍສ້າງກຳແພງທີ່ທາມຍັງປີນຂຶ້ນໄປບໍ່ໄດ້ ກຳແພງທີ່ກັ້ນກີ໋ອອກຈາກຜູ້ຄົນ ບາດແຜ ຄວາມເຈັບປວດຈາກຄຄ. ແຕ່ ແຕ່‼️ ກີ໋ເອີ້ຍ ຂຈເທີທີ່ເຂັ້ມແຂງ ເຕີບໂຕມາຢ່າງດີ ຄືທີ່ທາມວ່າ .. ເທີກ້າວອອກຈາກຄວາມຢ້ານ ຫາ safe zone ເທີເຈິະແລ້ວ ນັ້ນກະຄື “ທາມ” ຜູ້ເປັນຢາໃຈ ນໍ້າເຢັນ 🔥ເຢັນ ຈາກທີ່ໃຈຮ້ອນຮົນເປັນກັງວົນໃຫ້ເຢັນລົງ ທາມເປັນຢາໃຈ ເປັນບ່າທີ່ຍາມຫຼຽວຫຼັງກັບໄປກະມີໃຫ້ຊົບໂລດ😊 (ເຮົາຄິດວ່າການຊິຫາໃຜຈັກຄົນທີ່ເຂົ້າໃຈເຮົາ ເຂົ້າໃຈສິ່ງທີ່ເຮົາເປັນຢ່າງເລິກເຊິ່ງ ເປັນບ່າໃຫ້ຊົບຍາມເຮົາເມື່ອຍ ກະຍາກໃດ໋! ແຕ່ເຮົາກະວ່າຕ້ອງມີແຫຼະຄົນໆນັ້ນ, n I’m still finding tht guy😊)
🧑🏻💼ໝໍທາມ ຜູ້ທີ່ມີຮັກແທ້ ແລະຮັກດຽວ ນັ້ນກະຄື ບຸ້ງກີ໋. ຜູ້ທີ່ບໍ່ວ່າຈະຜ່ານໄປ5ປີ ♥️ກະຍັງເປັນກີ໋ຢູ່ຄືເກົ່າ. ທາມຮູ້ບໍ່ວ່າທາມເຮັດຖືກແລ້ວທີ່ຢຽວຢາກີ໋ດ້ວຍວິທີປະນີປະນອມ ບໍ່ຟ້າວເລັ່ງລັດ ປ່ອຍໃຫ້ເວລາເປັນເຄື່ອງພິສູດ ແຕ່ເຮົາຂໍຊົມເຊີຍໃນຄວາມອົດທົນຖ້າໃຫ້ກີ໋ຄິດໄດ້ ຄວາມໃຈເຢັນບໍ່ເຄັ້ນບໍ່ຖາມຫຍັງຈາກປາກກີ໋ I hv no words to say to uເລີຍ! ເຮົາດີໃຈແທນທາມທີ່ມື້ນັ້ນກັບມາຈາກງານລ້ຽງລຸ້ນ ລະກີ໋ມາບອກທາມວ່າໂຕເອງມັກທາມ ຫວງທາມ ຫຶງທາມ ເຮົານີ້ອີ່ມເຈີແທນເລີຍ ເພາະໃນທີ່ສຸດທາມໄດ້ຮັກແລກແລະຮັກດຽວມາຄອບຄອງ😊
☄️ສ່ວນໂຕ ເຮົານິມັກລູກລໍ້ຂອງ ທາມ ບອກເລີ ລະດັບເທບເດີ້, ຍົກ👍🏻ແຖມ🫰🏻ໃຫ້ພ້ອມ (ຫຼົບxີນກີ໋ແປ໊ບ🤣)
1. ຫຼອກໃຫ້ເອື້ອຍກັບແມ່ ມາເຈິະກີ໋ ຕອນທ້າວປ່ວຍຢູ່ຫ້ອງ .. ຢາກບອກໄນໆວ່າ ຢູ່ນຳກັນແລ້ວ🙈
2. ຕອນທີ່ທາມປ່ວຍ ລະບອກວ່າຊິເຮັດວຽກບັນຊີໃຫ້ນ້າ .. ກີ໋ເລີຍອາສາຊ່ວຍ ນ້າກັບກີ໋ກະເລີຍສະໜິດກັນ
3. ຫຼອກໃຫ້ກີ໋ເອົາປຶ້ມມາໃຫ້ຢູ່ຮຮ ລະຊື້ກາເຟ 10ຈອກ ລະເຮັດທຳທ່າຫິ້ວບໍ່ໄຫວ. ກີ໋ກະເລີຍຖືຊ່ວຍ ໝູ່ທາມກະເລີຍຮູ້ວ່າທາມຄົບກັບກີ໋ຢູ່🤦🏻♀️
☄️ໃນເລື່ອງເຮົາມັກຢູ່ 3ຊີນ
1. ຊ່ວງມ5 ທີ່ທັງສອງຍັງເປັນໄວລຸ້ນ ເຮົາວ່າ ກີ໋ ກັບ ທາມ ໃນຕອນນັ້ນ innocent ກັນຫຼາຍ, ຮັກບໍລິສຸດທີ່ທາມມອບໃຫ້, ຄວາມພະຍາຍາມປັບໂຕເຂົ້າກັບໝູ່ຂອງກີ໋. ຊ່ວງເວລານັ້ນ ເຮັດໃຫ້ຄິດຮອດຕອນຢູ່ ມ5 ເລີຍ😊
2. ຊີນທີ່ ກີ໋ ຕ້ອງຕອບທາມວ່າ ທາມເຮັດມືເລກໃດ ຕອນທີ່ກີ໋ເຂົ້າຫ້ອງທາມທຳອິດ ຫຼັງຈາກທີ່ໄດ້ລະຫັດ. ໄດ້ເຫັນເຖິງຄວາມລັງເລໃນທຳອິດ ແຕ່ກະນາງກະເດັດດ່ຽວຕັດສິນໃຈ ເຂົ້າໄປໃນວັງວົນ fwb
3. ຊີນທີ່ ກີ໋ ກັບ ທາມ ເບິ່ງຕາເວັນຕົກດິນນຳກັນຢູ່ຣະນອງ ຕອນທັງສອງໄປທ່ຽວນຳກັນ🌇 ເປັນ precious moments, ເປັນ holiday, ເປັນທີ່ພັກໃຈ ເປັນຂຸມພະລັງຂອງກັນແລະກັນ. ກະເລີຍໄດ້ເຫັນກີ໋ອຸ່ນໃຈທີ່ຈະຝາກຊີວິດ ກັບ♥️ໄວ້ກັບໝໍທາມ
ແຕ່ຢາກຂໍຖຽງນຂເລີຍ “ນິຍາຍຮັກໄວລຸ້ນ” ວ່າຊ້ານນນ ບ່ອນໃດ ຊິຖຽງຂາດໃຈ .. ມັນນົວ ມັນຄຸກວົງໃນ
ມັນມ່ວນຊຶ້ງກິນໃຈໄປກັບຄວາມຮັກກີ໋ຂອງໝໍທາມ ໜ້າສົງສານກັບອະດີດທີ່ທຳຮ້າຍກີ໋ບໍ່ເຊົາ ລຸ້ນນຳວ່າທັງສອງຊິໄປຈົບຢູ່ໃສ. ນຂເລີ່ມຕົ້ນຈາກຊີວິດໄວຮຽນຂອງທັງສອງ ຄ່ອຍໆພັດທະນາຕົວລະຄອນມາ ເຮົາດີໃຈທີ່ໄດ້ອ່ານທຸກຊ່ວງເວລາຂອງທັງສອງ😊🥹 ຂໍເຊີນໝໍທາມ ແລະ ບຸ້ງກີ໋ ໄປຢູ່ my fav2024 ຂອງເຮົາເທາະ .. ມື້ໃດທີ່ຄິດຮອດ ລະຊິມາເປີດອ່ານໃໝ່♥️
#withLuV
#Onnichan 8/2/24