Onnichan244 reviews7 followersFollowFollowJuly 17, 2022Finally! ເຮຍໂຊ່ທີ່ເຮົາຖ້າມາດົນ ໄດ້ມີໂອກາດໄດ້ອ່ານແຍ້ວ🥹⭐️⭐️⭐️⭐️⭐️ຄົນສຸດທ້າຍໃນseriesນີ້ ທັ້ງໆເປັນຫົວທຳອິດ ແຕ່ໄດ້ອ່ານສຸດທ້າຍຍ🥹ເອົາລ່ະ, ມາເຖິງເຮຍໂຊ່ ກັບ ເດ, ຄູ່ຮັກທີ່ແອບມັກມາແຕ່ນ້ອຍ (ໝາຍເຖິງເຮຍໃດ໋ ເພາະຄັນເປີດເຜີຍ ເຮຍໄດ້ພາກຜູ້ເຍົາແທ້🤪) ເລື່ອງລາວເວົ້າເຖິງ ຄວາມຮັກໃນສະຖານສຶກສາທີ່ ເດ ຮຽນຢູ່ມໍ5 ເຮຍໂຊ່ຮຽນມະຫາໄລ (ຄັນຈື່ບໍ່ຜິດໃດ໋😅) ເຮຍໂຊ່ ວັນວຽນ ເປັນໄມ້ກັນ🐕ໃຫ້ເດຕະຫຼ້ອດ ແຕ່ນາງກະມັກຢູ່ໃກ້ໆເຮຍແຫຼະ ເພາະມັກມາແຕ່ນ້ອຍເດະ.ແຕ່ວ່າກໍມີເລື່ອງເຮັດໃຫ້ທັງສອງແຍກຈາກກັນ ຍ້ອນເຮຍໂຊ່ເຂົ້າໃຈຜິດວ່າ ໝູ່ລອບຂ້າພໍ່ເຮຍ ເລີຍເຮັດໃຫ້ເຮຍຕັດຂາດຈາກໝູ່ແລະເດນຳ. ແມ່ນ!ຄວາມເຂົ້າໃຈຜິດນີ້ກິນເວລາໄປ 3ປີ! 3ປີທີ່ເດເຕີບໂຕມາເປັນນັກສຶກສາປີ1 (ຮຽນຄະນະຫຍັງບໍ່ແນ່ໃຈ😅) ໄດ້ມີໂອກາດໄປເຈິະເຮຍໂຊ່ ໃນນາມ ຜູ້ບໍລິຫານໂຮງແຮມ ແລະນັກ👩🏻🎨ສາວ (ທີ່ຈິງເປັນແຜນຂຶງເຮຍແຫຼະ🥰) ໂດຍທີ່ເທື່ອນິເຮຍໂຊ່ມີແຜນມາແກ້ແຄ້ນໝູ່ ໂດຍໃຊ້ເດເປັນເຄື່ອງມື. ທີ່ຈິງທັງສອງຮັກກັນມວກກ ແຕ່ດ້ວຍຄວາມແຄ້ນຂອງເຮຍ ຈຶ່ງວາງບໍ່ໄດ້. ທຳອິດເດກໍຫຼົງເຊື່ອແຫຼະວ່າ ເຮຍວາງທຸກຢ່າງແລ້ວ ແຕ່ເຮຍກໍຫັກຫຼັງ. ນາງບໍ່ຍອມ ເລີຍເອົາຄືນ. ໂອ້ຍຍ🤣 ມັນຮາບ່ອນນິແຫຼະ ສອງຄົນນິmove onເປັນວົງກົມພວກເພິ່ນ~ ເຮັດຊິແກ້ແຄ້ນຢູ່ໃດ ແຕ່ຄັນເດໄປກັບຜູ້ອື່ນ ດິ້ນປານຜີເຂົ້າເຮຍໂຊ່😆ເລື່ອງນິຊື່ນຊົມ🥰ຂອງຄວາມຮັກໝັ້ນຄົງຂອງທັງສອງ ໄດ້ເຫັນເຖິງຄວາມຫ້າມໃຈຂອງເຮຍບໍ່ໃຫ້ຮັກ ແຕ່ຫ້າມໂຕເອງບໍ່ໄດ້. ໄດ້ເຫັນເຖິງຄວາມມຸ່ງໝັ້ນຂອງເດ ໃນຄວາມທີ່ຈະປະສານຮອຍລະຫວ່າງເຮຍກັບອ້າຍໆ. ໄດ້ເຫັນເຮຍທີ່ໃຫ້ອະໄພໝູ່ (ໃນແບບຂອງເຮຍ). ອໍ້ ເຮົາມັກconversationsຂອງເຮຍໆທີ່ຢູ່ນຳກັນ ແມ້ງ! ຕະຫຼົກໂປ໊ກຮາຫຼາຍ🤣ໃນທັງເຊັດທີ່ອ່ານມາ ເຮົາມັກ ເຮຍໂຊ່ທີ1 ຣຽວເຄັນຕະທີ2 😁 ເຮົາວ່າອ່ານແຍກກໍບໍ່ງົງ ແຕ່ກະຊິແປກໃຈວ່າ ເຮຍໂຊ່ແມ່ງເຮັດຫຍັງໃຫ້ເຂົາເຈົ້າ.ຂໍລາໄປລ່ະ ບາບ່າຍຍ👋🏻