#ລົມຊ່ອນຮັກ 🌪️🌪️🌪️.5
ເປັນເລື່ອງທີ່ຕັ້ງໃຈຈະອ່ານ ເພາະວ່າເລື່ອງນີ້ເຄີຍເຮັດເປັນລະຄອນ, ແລ້ວ teaser ໜ້າເບິ່ງແຮງ. ໄອ້ເຮົາກະຊິຊ້າຢູ່ເຮັດຫຍັງ ກະຈັບມາປັດຝຸ່ນຊັ້ນຕົ່ວ😁
ກ່ອນຊິເຂົ້າເລື່ອງ ຂໍເມົ້າຊື່ພອເລື່ອງນີ້ກ່ອນໄດ້ບໍ່? ພວກເພິ່ນເອີ້ຍ ພອຊື່ “ປຣານຕ์” ແຕ່ບັນຫາແມ່ນ ປຣານຕ์ ມີແຝດ, ຊື່ຫັ້ນຄືກັນ ຕ່າງແຕ່ໂຕສະກົດທາງຫຼັງ. ໄອ້ເຮົາກະອ່ານ ປຣານ ຜູ້ອ້າຍອອກຕາມ (google search🫢) ແຕ່ຊື່ພະເອກແທ້ໆ ອ່ານບໍ່ອອກ ເພາະ google ມັນຊອກບໍ່ເຫັນ🤣 ໂອ້ຍຍຟ້າ ເລີຍຊິເອີ້ນລາວວ່າ ປຣານເບີ2_ພອ, ປຣານເບີ1_ອ້າຍພອ ເອົາເນາະ😅
ມາໆ ມາເຂົ້າເລື່ອງກັນ! ຄວາມຮູ້ສຶກທີ່ອ່ານ ຕອນທີ1 ເປັນແບບ ຢາກອືດໆ ກັບການເລົ່າເລື່ອງເມກໝອກ ພູເຂົາ ດອກໄມ້ ລົດຖີບ ໝາແມວ ກັບນາງເອກ_ພັດ ທີ່ໄປເຮັດວຽກກຸງເທບ ແຕ່ກັບມາບ້ານເກີດ ດ້ວຍເຫດຜົນບາງຢ່າງ .. ສ່ວນໂຕຫຍຸດອ່ານໄປແລ້ວ ເພາະຄິດວ່າມັນເວີ່ນເວີ້ເກີນໄປ
ແຕ່ຄວາມຢາກຮູ້ວ່າ ເປັນຫຍັງ ພັດ ຄືກັບບ້ານນອກມາ ພ້ອມໜີ້ຕິດໂຕ ເລີຍຈັບຂຶ້ນມາອ່ານອີກ ແລ້ວກະພົບວ່າ ➡️ມັນເລີ່ມມ່ວນຕອນທີ3ໄປ ພວກເພິ່ນອ່ານຂ້າມໆມາໂລດ ແລ້ວມາເລີ່ມອ່ານຕອນນີ້ໄປ😄
ເລື່ອງລາວແມ່ນ ປຣານເບີ2 ມາຢູ່ຂຸນຜາໝອກ ຍ້ອນເຫດຜົນບາງຢ່າງ, ທ້າວເປັນໝໍ ປະຈຳໂຮງໝໍລັດ ຊີວິດປະຈຳວັນ ຫົດດອກໄມ້ໜ້າບ້ານ ກັບຖີບລົດຖີບໄປຊື້ກັບເຂົ້າຢູ່ຕະຫຼາດ🚴🏻 ທັງສອງເຈິະກັນຍ້ອນ ພັດ ຖີບລົດຖີບຜ່ານບ້ານແລ້ວໄດ້ຍິນສຽງຊຶງ ນາງເໝີ່ເລີຍລົດລົ້ມຊື່ໆ. ຫຼັງຈາກນັ້ນ ຫຼາຍໆເຫດການທີ່ທັງ2ໄດ້ມາເຈິະກັນກະເກີດຂຶ້ນ. ແລ້ວເລື່ອງມາແດງຕອນ ທີ່ພັດໄດ້ຮັບຈົດໝາຍໃຫ້ໄປໃຊ້ໜີ້ ນາງບໍ່ມີເງິນ ປຣານເບີ2 ເລີຍສະເໜີຈ່າຍໜີ້ໃຫ້ແລກກັບການແຕ່ງງານ
ອ່ານມາຮອດຕອນ7 ແມ່ນຕອນທີ່ ພະນາງແຕ່ງງານກັນ ເປັນຕອນທີ່ ພັດ ຮູ້ວ່າ ພອ ມີແຝດ ທີ່ໜ້າຕາຄືກັນ ທັງ2ໃຊ້ຊີວິດສັນສາມີພັນລະຍາກັນໄດ້ບໍ່ດົນ ກະມີເງື່ອນງຳບາງຢ່າງເກີດຂຶ້ນກັບປຣານເບີ1 ແຕ່ຕ້ອງປິດເປຫນຄວາມລັບເພາະເລື່ອງທຸລະກິດ. ເລີຍເຮັດໃຫ້ ປຣານເບີ2 ຕ້ອງປອມເປັນປຣານເບີ1 ແຕ່ຕ້ອງຕົວະ ພັດ ວ່າ ປຣານເບີ2ເກີດອຸບັດຕິເຫດ. ເລີຍເຮັດໃຫ້ ພັດ ຕ້ອງຂຶ້ນກຸງເທບໄປເບິ່ງປຣານເບີ2 (ໃນນາມ)
ເລື່ອງລາວກະ advance ໄປກວ່ານັ້ນ ເພາະເກີດການລວມຕົວຂອງໂຕຮ້າຍ ຊິມາໂກງບໍລິສັດພອ, ພັດ ເລີຍຕັດສິນໃຈເອົາໂຕເອງເປັນເຫຍື່ອ ແລະ ອັດສຽງໄວ້ ເພື່ອໃຫ້ແຟນເກົ່າ (ໂຕກົງ) ສາລະພາບອອກມາ. ພໍດີປຣານເບີ1 (ທີ່ເປັນປຣານເບີ2ໂຕຈິງ) ມາຊ່ວຍໄວ້ທັນ ແຕ່ໂຕເອງກະຖືກຍິງ.. ພັດກະບາດເຈັບ ໄປໂຮງໝໍເລີຍຮູ້ວ່າ ໂຕເອງ🤰🏻 ເລີຍກັບໄປຂຸນຝາໝອກງຽບໆ ຫຼັງຈາກເລື່ອງຈົບແລ້ວ ປຣານເບີ2 ກັບມາເປັນຄົນເກົ່າ ໄປງໍ້ເມຍ ເມຍກໍຍົກໂທດໃຫ້ .. ຈົບ ປຶ້ງງງງ
ສ່ວນໂຕ ເລື່ອງນີ້ພ໊ອດກໍບໍ່ໄດ້ຫວືຫວາ ອ່ານໄດ້ເລື້ອຍໆ ພາສາທີ່ນຂໃຊ້ສວຍງາມ ເພີດເພີນໄປກັບສຳນວນນຂ ແຕ່ທີ່ໃຫ້ນ້ອຍດາວ ຍ້ອນອາດຈະເປັນຈະຫຼິດບໍ່ຕົງກັບປຶ້ມຫົວນີ້ກໍເປັນໄດ້ ເລີຍໃຫ້ໜ້ອຍ😅 ແຕ່ກໍຖືວ່າ ເປັນນິຍາຍ feel good ເດີ້ ບໍ່ໄດ້ແບດດ
#withLuV
#Onnichan 4/10/25